• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60ປີ ແຫ່ງວັນເຂົ້າ ຂະບວນກາແດງ-ຊີກວົງເດືອນແດງສາກົນ

      ຕອນເຊົ້າວັນທີ 22 ພະຈິກ, ທີ່ຮ່າໂນ້ຍ, ສະພາກາແດງ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນເຂົ້າຮ່ວມຂະບວນກາແດງ - ຊີກວົງເດືອນແດງສາກົນ (04/11/1957 – 04/11/2017) ແລະ ສະເຫຼີມສະຫຼອງ 71 ແຫ່ງວັນສ້າງຕັ້ງສະພາກາແດງ ຫວຽດນາມ (23/11/1946 – 23/11/2017). 

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60ປີ ແຫ່ງວັນເຂົ້າ ຂະບວນກາແດງ-ຊີກວົງເດືອນແດງ
      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ:
        “ມື້ນີ້, ສະພາກາແດງ ຫວຽດນາມ ໄດ້ກາຍເປັນ ຮູບພາບທີ່ມີຄວາມລື້ງເຄີຍ ແລະ ບັນດາ ອາສາສະໜັກກາແດງ ໄດ້ກາຍເປັນບັນດາຮູບພາບທີ່ມີຄວາມຮັກແພງທີ່ສຸດ. ບໍ່ພຽງແຕ່ແມ່ນການເຄື່ອນໄຫວມະນຸດສະທຳ, ບໍ່ພຽງແຕ່ແມ່ນບັນດາການຊ່ວຍເຫຼືອກ່ຽວກັບດ້ານວັດຖຸ ແລະ ຈິດໃຈໂດຍກົງກັບບັນດາຜູ້ຕ້ອງການໄດ້ຮັບຊ່ວຍເຫຼືອ. ບໍ່ພຽງແຕ່ຢູ່ໃນບັນດາການເຄື່ອນໄຫວເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກສິ່ງສຳຄັນຍິ່ງກ່ວານັ້ນ ແມ່ນສະພາກາແດງ ຫວຽດນາມ ພ້ອມກັບບັນດານັກອາສາສະໝັກຂອງຕົນ ມີພາລະກຳໂຄສະນາ ແລະ ແຜ່ຂະຫຍາຍ ຈິດໃຈມະນຸດສະທຳ, ຄຸນຄ່າຂອງມະນຸດສະທຳຕໍ່ທົ່ວສັງຄົມອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top