• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ.
ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ:vietnam+
ຕອນເຊົ້າວັນທີ 10 ກຸມພາ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ, ສືບຕໍ່ຮ່ຳຮຽນ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ ພ້ອມທັງແນະນຳ ເຜີຍແຜ່ຊີວິດ ພາລະກິດຂອງປະທານໂຮ່ຈີມິນ ເຖິງພໍ່ແມ່ພີ່ນ້ອງ ນັກຮົບໃນທົ່ວປະເທດ ແລະນັກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມເຂດນີ້.
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top