• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ພົນ​ໂທ ຫງວຽນ​ຈ​ີ໊ວີ​້ງ ຕ້ອນ​ຮັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

ວັນທີ 6 ພະຈິກ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ໃຫ້ການຕ້ອນຮັບບັນດາຫົວໜ້າອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດອາຍຸການ 2019 – 2022 ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ກ່າວຄຳເຫັນທີ່ ການເຮັດວຽກ (ພາບ: QDND) 

ທ່ານພົນໂທ ຫງວຽນຈີ໊ວີ້ງ ມີຄວາມປາດຖະໜາຢາໃຫ້ບັນດາຫົວໜ້າອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ສືບຕໍ່ຊອກຮູ້ຄວາມຕ້ອງການໃນການຮ່ວມມືດ້ານປ້ອງກັນປະເທດກັບບັນດາປະເທດປະຈຳຖິ່ນເພື່ອແລກປ່ຽນ, ເປີດກ້ວາງທຸກດ້ານໃນການຮ່ວມມືປ້ອງກັນປະເທດທັງໄລຍະສັ້ນ ແລະ ໄລຍະຍາວ, ເປັນຕົ້ນແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ພ້ອມກັນນັ້ນ, ຊີ້ນຳບັນດາອົງການທີ່ນອນໃນຂອບເຂດສິດອຳນາດຂອງຕົນ, ສົມທົບກັບຫ້ອງການທູດທະຫານປະຈຳ ບັນດາປະເທດ ແລະ ທູດທະຫານຂອງ ຫວຽດນາມ ຢູ່ ສປຊ ເພື່ອ ໂຄສະນານະໂຍບາຍປ້ອງກັນຊາດ ຂອງ ຫວຽດນາມ, ແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ, ການທູດດ້ານປ້ອງກັນຊາດ ຂອງ ຫວຽດນາມ, ໂຄສະນາຮູບພາບຂອງ ກອງທັບປະຊາຊົນ ຫວຽດນາມ ໃຫ້ເພື່ອນມິດສາກົນ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top