• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງລັງ ​ຢ່າງ​ເປັນ​ທາງ​ການ

ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງ 28 ປີ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ແຟງລັງ ເວົ້າລວມ ແລະ ກັບສະພາແຫ່ງຊາດ ແຟງລັງ ເວົ້າສະເພາະ ເລິກເຊິ່ງກ່ວາອີກ.
ຜູ້ຕາງໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ ແຟງລັງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນຄ່ຳວັນທີ 9 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນ Vantaa, Helsinki, ສ.ແຟງລັງ ເພື່ອເລີ່ມຕົ້ນການຢ້ຽມຢາມແຟງລັງ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ແຟງລັງ Anu Vehvilainen. ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງ 28 ປີ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ແຟງລັງ ເວົ້າລວມ ແລະ ກັບສະພາແຫ່ງຊາດ ແຟງລັງ ເວົ້າສະເພາະ ເລິກເຊິ່ງກ່ວາອີກ; ເປີດບັນດາແງ່ຫວັງຮ່ວມມືໃໝ່ໃນການພົວພັນສອງຝ່າຍກໍ່ຄືການຮ່ວມມືລະຫວ່າງເຂດ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top