• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ການກວດ​ສອບ​ບັນ​ຊີ​ຕ້ອງ​ແມ່ນ​ເຄື່ອງ​ມື ​ເພື່ອ​ຍູ້​ແຮງ​ການ​ປະ​ຕິ​ບັດ​ການ​ປະ​ຢັ​ດ, ຕ້ານ​ການ​ຟູມ​ເຟືອຍ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຕ້ອງຜັນຂະຫຍາຍບົດບາດແມ່ນເຄື່ອງມື ເພື່ອຍູ້ແຮງການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເຮັດໃຫ້ປອດໃສດ້ານການເງິນຂອງລັດ ກໍ່ຄືນຳໃຊ້ຊັບສິນຂອງລັດ, ການເງິນຂອງລັດ ໃຫ້ນັບມື້ນັບມີປະສິດທິຜົນ. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ວັນທີ 12 ສິງຫາ, ກ່າວຄຳເຫັນທີ່ການເຮັດວຽກກັບອົງການກວດສອບບັນຊີແຫ່ງລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງບົດບາດຂອງ ອົງການກວດສອບແຫ່ງລັດ ໃນໄລຍະທີ່ຜ່ານມາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຖືວ່າ, ຂະແໜງກວດສອບບັນຊີແຫ່ງລັດ ໄດ້ຮັບເອົາບັນດາບົດຮຽນ, ປະສົບການຂອງໂລກ, ນຳໃຊ້ຢ່າງໄຫວພິບເຂົ້າໃນຈຸດພິເສດສະເພາະຂອງ ຫວຽດນາມ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ອົງການກວດສອບບັນຊີແຫ່ງລັດ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ພ້ອມທັງແມ່ນສະມາຊິກນຳໜ້າ ໃນການສ້າງອົງການກວດສອບບັນຊີສູງສຸດໃນພາກພື້ນ ອາຊີ (ASOSAI). ເມື່ອເນັ້ນໜັ້ກເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຕ້ອງຜັນຂະຫຍາຍບົດບາດແມ່ນເຄື່ອງມື ເພື່ອຍູ້ແຮງການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເຮັດໃຫ້ປອດໃສດ້ານການເງິນຂອງລັດ ກໍ່ຄືນຳໃຊ້ຊັບສິນຂອງລັດ, ການເງິນຂອງລັດ ໃຫ້ນັບມື້ນັບມີປະສິດທິຜົນ. ທ່ານກ່າວວ່າ:

ອົງການກວດສອບບັນຊີແຫ່ງລັດ ຕ້ອງຕິດຕາມໃກ້ຊິດກັບບັນດາໜ້າທີ່ ເພື່ອປະຕິບັດບັນດາບົດບາດໜ້າທີ່ຂອງສະພາແຫ່ງຊາດ, ຊ່ວຍລັດຖະບານໃນວຽກງານຄຸ້ມຄອງ ແລະ ບໍລິຫານ, ເປັນຕົ້ນແມ່ນ ແກ້ໄຂບັນດາຈຸດອຸດຕັນ ໃນປັດຈຸບັນ ເພື່ອໃນເວລາຫຼັງໂລກລະບາດໂຄວິດ - 19 ຈະຮັບໃຊ້ໃຫ້ການພັດທະນາຂອງເສດຖະກິດ, ສັງຄົມ... ຂ້າພະເຈົ້າສະເໜີໃຫ້ ສະຫາຍຫົວໜ້າອົງການກວດສອບບັນຊີແຫ່ງລັດ ຈົ່ງຊີ້ນຳປະຕິບັດບົດລາຍງາຍສະຫຼຸບ ທີ່ກ່ຽວຂ້ອງເຖິງການປະຕິບັດການປະຢັດ, ຕ້ານການຟຸນເຟືອຍ ໃນໄລຍະແຕ່ປີ 2016  2021”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top