• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ເພື່ອ​ສ້າງ​ທ່ວງ​ທ່າ​ພັດ​ທະ​ນາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 11 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການຄາດຄະເນວິທີການຈັດແບ່ງແຜນການລົງທຶນໄລຍະກາງ ງົບປະມານແຫ່ງລັດ ໄລຍະ 2021 – 2025. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ, ເປັນຕົ້ນແມ່ນເສັ້ນທາງແຄມທະເລ; ແລວບັນດາສູນເສດຖະກິດ ແລະ ຕົວເມືອງໃຫຍ່; ເສັ້ນທາງຄວາມໄວສູງ; ພື້ນຖານຫັນປ່ຽນດີຈີຕອນແຫ່ງຊາດ; ວິທະຍາສາດເຕັກໂນໂລຢີ. ນອກຈາກນັ້ນ ກໍຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດວັດທະນະທຳ - ສັງຄົມ, ໃນນັ້ນ ມີບັນດາໂຮງໝໍໃຫຍ່.

        ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເອົາໃຈໃສ່ຊຸກຍູ້ການດຶງດູດແຫຼ່ງລົງທຶນຕ່າງໆ ແທນທີ່ຈະອີງໃສ່ແຫຼ່ງເງິນລົງທຶນຈາກງົບປະມານແຫ່ງລັດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top