• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັ​ນ​ຟຸກ ລົງ​ກວດ​ກາ​ວຽກ​ງານ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ່​ແຂວງ ​ຕຽນ​ຢາງ

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຕາແສງຮຽບດຶກ, ເມືອງ ກາຍໄລ້, ແຂວງ ຕຽນຢາງ ພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ ຕຽນຢາງ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ພໍ່ແມ່ຊາວກະສິກອນ ແລະ ທ້ອງຖິ່ນ ຈົ່ງປຸກລະດົມນ້ຳໃຈຊາວກະສິກອນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີວິທະຍາສາດ - ເຕັກນິກສູງ ເຂົ້າໃນການຜະລິດກະສິກຳ. ໃນເງື່ອນໄຂຖືກໄພແຫ້ງແລ້ງ, ນໍ້າທະເລຊຶມ, ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ດ້ວຍບັນດາມາດຕະການທີ່ລະອຽດ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໜູນຊ່ວຍພໍ່ແມ່ຊາວກະສິກອນ. ທ່ານກ່າວວ່າ:

“ສຳລັບຂໍ້ສະເໜີ ກໍ່ສ້າງຄັນຄູເພື່ອກັ້ນນ້ຳທະເລຊຶມ, ລັດຖະບານຈະມອບໃຫ້ອົງການມີໜ້າທີ່ຄົ້ນຄວ້າ ເພື່ອມີມາດຕະການແກ້ໄຂໃນຍາວນານ. ແຕ່ໃນສະເພາະໜ້າ, ບັນດາທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການໃນການກໍ່ສ້າງໜອງ, ອ່າງເກັບນ້ຳຈືດ ເພື່ອເປັນແຫຼ່ງສະໜອງນ້ຳຮັບໃຊ້ການກະສິກຳ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບັນດາອົງການກ່ຽວຂ້ອງ ສະເໜີນະໂຍບາຍ ຫຼື ມາດຕະການໜູນຊ່ວຍພໍ່ແມ່ຊາວກະສິກອນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພແຫ້ງແລ້ງ”.

ທ່ານນາຍົກລັດຖະມົນຕີ ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ  (ພາບ: TTXVN)

ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ໝີທໍ, ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບບັນດາມາດຕະການຮັບມືກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ໃນລະດູແລ້ງ ປີ 2020 – 2021.ກ່າວຄຳເຫັນນະທີ່ນີ້, ທ່ານກ່າວວ່າ:

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXNV) 

“ພວກເຮົາຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບການຜະລິດ. ປີນີ້ແມ່ນປີ ຫວຽດນາມ ສົ່ງອອກສະບຽງອາຫານ ຢືນອັນດັບໜຶ່ງໃນໂລກ. ສິ່ງດັ່ງກ່າວຕິດພັນກັບການເພີ່ມປະລິມານການຜະລິດ ແລະ ເນື້ອທີ່ປູກຝັງ ຊຶ່ງອາດຈະເກີດຂຶ້ນ, ໂດຍສະເພາະແມ່ນເມື່ອພວກເຮົາສົ່ງອອກເຂົ້າສານໄປຍັງ ອີຢູ ດ້ວຍອັດຕາພາສີ 0%. ແຕ່ໃນສະພາບການປັດຈຸບັນ, ເລື່ອງຫຼຸດເນື້ອທີ່ປູກເຂົ້ານາແຊງ ແມ່ນຄວນໄດ້ວາງອອກ. ບັນຫາທີ່ສອງແມ່ນ, ປັດຈຸບັນພວມແມ່ນລະດູຝົນ, ສະນັ້ນ ພວກເຮົາຄວນເປັນເຈົ້າການສ້າງອ່າງເກັບນ້ຳຈືດໄວ້”.
(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top