ຂ່າວສານ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາວຽກງານຜັນຂະຫຍາຍມາດຕະການປ້ອງກັນ ແລະ ຕ້ານໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ຢູ່ແຂວງ ຕຽນຢາງ 24/09/2020 ຕອນເຊົ້າວັນທີ 23 ກັນຍາ, ຢູ່ຕາແສງຮຽບດຶກ, ເມືອງ ກາຍໄລ້, ແຂວງ ຕຽນຢາງ ພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ ຕຽນຢາງ (ພາບ: VGP) ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ພໍ່ແມ່ຊາວກະສິກອນ ແລະ ທ້ອງຖິ່ນ ຈົ່ງປຸກລະດົມນ້ຳໃຈຊາວກະສິກອນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີວິທະຍາສາດ - ເຕັກນິກສູງ ເຂົ້າໃນການຜະລິດກະສິກຳ. ໃນເງື່ອນໄຂຖືກໄພແຫ້ງແລ້ງ, ນໍ້າທະເລຊຶມ, ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ດ້ວຍບັນດາມາດຕະການທີ່ລະອຽດ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໜູນຊ່ວຍພໍ່ແມ່ຊາວກະສິກອນ. ທ່ານກ່າວວ່າ: “ສຳລັບຂໍ້ສະເໜີ ກໍ່ສ້າງຄັນຄູເພື່ອກັ້ນນ້ຳທະເລຊຶມ, ລັດຖະບານຈະມອບໃຫ້ອົງການມີໜ້າທີ່ຄົ້ນຄວ້າ ເພື່ອມີມາດຕະການແກ້ໄຂໃນຍາວນານ. ແຕ່ໃນສະເພາະໜ້າ, ບັນດາທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການໃນການກໍ່ສ້າງໜອງ, ອ່າງເກັບນ້ຳຈືດ ເພື່ອເປັນແຫຼ່ງສະໜອງນ້ຳຮັບໃຊ້ການກະສິກຳ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບັນດາອົງການກ່ຽວຂ້ອງ ສະເໜີນະໂຍບາຍ ຫຼື ມາດຕະການໜູນຊ່ວຍພໍ່ແມ່ຊາວກະສິກອນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພແຫ້ງແລ້ງ”. ທ່ານນາຍົກລັດຖະມົນຕີ ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ (ພາບ: TTXVN) ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ໝີທໍ, ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບບັນດາມາດຕະການຮັບມືກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ໃນລະດູແລ້ງ ປີ 2020 – 2021.ກ່າວຄຳເຫັນນະທີ່ນີ້, ທ່ານກ່າວວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXNV) “ພວກເຮົາຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບການຜະລິດ. ປີນີ້ແມ່ນປີ ຫວຽດນາມ ສົ່ງອອກສະບຽງອາຫານ ຢືນອັນດັບໜຶ່ງໃນໂລກ. ສິ່ງດັ່ງກ່າວຕິດພັນກັບການເພີ່ມປະລິມານການຜະລິດ ແລະ ເນື້ອທີ່ປູກຝັງ ຊຶ່ງອາດຈະເກີດຂຶ້ນ, ໂດຍສະເພາະແມ່ນເມື່ອພວກເຮົາສົ່ງອອກເຂົ້າສານໄປຍັງ ອີຢູ ດ້ວຍອັດຕາພາສີ 0%. ແຕ່ໃນສະພາບການປັດຈຸບັນ, ເລື່ອງຫຼຸດເນື້ອທີ່ປູກເຂົ້ານາແຊງ ແມ່ນຄວນໄດ້ວາງອອກ. ບັນຫາທີ່ສອງແມ່ນ, ປັດຈຸບັນພວມແມ່ນລະດູຝົນ, ສະນັ້ນ ພວກເຮົາຄວນເປັນເຈົ້າການສ້າງອ່າງເກັບນ້ຳຈືດໄວ້”. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຕາແສງຮຽບດຶກ, ເມືອງ ກາຍໄລ້, ແຂວງ ຕຽນຢາງ ພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ ຕຽນຢາງ (ພາບ: VGP) ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ພໍ່ແມ່ຊາວກະສິກອນ ແລະ ທ້ອງຖິ່ນ ຈົ່ງປຸກລະດົມນ້ຳໃຈຊາວກະສິກອນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີວິທະຍາສາດ - ເຕັກນິກສູງ ເຂົ້າໃນການຜະລິດກະສິກຳ. ໃນເງື່ອນໄຂຖືກໄພແຫ້ງແລ້ງ, ນໍ້າທະເລຊຶມ, ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ດ້ວຍບັນດາມາດຕະການທີ່ລະອຽດ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໜູນຊ່ວຍພໍ່ແມ່ຊາວກະສິກອນ. ທ່ານກ່າວວ່າ: “ສຳລັບຂໍ້ສະເໜີ ກໍ່ສ້າງຄັນຄູເພື່ອກັ້ນນ້ຳທະເລຊຶມ, ລັດຖະບານຈະມອບໃຫ້ອົງການມີໜ້າທີ່ຄົ້ນຄວ້າ ເພື່ອມີມາດຕະການແກ້ໄຂໃນຍາວນານ. ແຕ່ໃນສະເພາະໜ້າ, ບັນດາທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການໃນການກໍ່ສ້າງໜອງ, ອ່າງເກັບນ້ຳຈືດ ເພື່ອເປັນແຫຼ່ງສະໜອງນ້ຳຮັບໃຊ້ການກະສິກຳ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບັນດາອົງການກ່ຽວຂ້ອງ ສະເໜີນະໂຍບາຍ ຫຼື ມາດຕະການໜູນຊ່ວຍພໍ່ແມ່ຊາວກະສິກອນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພແຫ້ງແລ້ງ”. ທ່ານນາຍົກລັດຖະມົນຕີ ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ (ພາບ: TTXVN) ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ໝີທໍ, ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບບັນດາມາດຕະການຮັບມືກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ໃນລະດູແລ້ງ ປີ 2020 – 2021.ກ່າວຄຳເຫັນນະທີ່ນີ້, ທ່ານກ່າວວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXNV) “ພວກເຮົາຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບການຜະລິດ. ປີນີ້ແມ່ນປີ ຫວຽດນາມ ສົ່ງອອກສະບຽງອາຫານ ຢືນອັນດັບໜຶ່ງໃນໂລກ. ສິ່ງດັ່ງກ່າວຕິດພັນກັບການເພີ່ມປະລິມານການຜະລິດ ແລະ ເນື້ອທີ່ປູກຝັງ ຊຶ່ງອາດຈະເກີດຂຶ້ນ, ໂດຍສະເພາະແມ່ນເມື່ອພວກເຮົາສົ່ງອອກເຂົ້າສານໄປຍັງ ອີຢູ ດ້ວຍອັດຕາພາສີ 0%. ແຕ່ໃນສະພາບການປັດຈຸບັນ, ເລື່ອງຫຼຸດເນື້ອທີ່ປູກເຂົ້ານາແຊງ ແມ່ນຄວນໄດ້ວາງອອກ. ບັນຫາທີ່ສອງແມ່ນ, ປັດຈຸບັນພວມແມ່ນລະດູຝົນ, ສະນັ້ນ ພວກເຮົາຄວນເປັນເຈົ້າການສ້າງອ່າງເກັບນ້ຳຈືດໄວ້”. (ແຫຼ່ງຄັດຈາກ VOV)