• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກ​ິມ​ເງິ​ນ ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ຊາດ​ກໍາປູ​ເຈຍ

ຕອນເຊົ້າວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ແຫ່ງລາຊະອານາຈັກ ກໍາປູເຈຍ Samdech Heng Samrin ແລະ ຄະນະຜູ້ແທນຂັ້ນສູງ ກໍາປູເຈຍ ເນື່ອງໃນໂອກາດຄະນະເດີນທາງມາໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບປະທານສະພາແຫ່ງຊາດກໍາປູເຈຍ Samdech Heng Samrin (ພາບ: VOV)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນໍາຂັ້ນສູງຂອງ ກໍາປູເຈຍ ທີ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ, ມາໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ. ນີ້ແມ່ນການກະທໍາອັນຈົບງາມ ເຊິ່ງໄດ້ສະແດງໃຫ້ເຫັນຄວາມຜູກພັນ, ສະໜິດສະໜົມ, ການພົວພັນສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ກໍຄືອາລົມຈິດຄວາມຮັກແພງຂອງພັກ CPP, ລັດ ແລະ ປະຊາຊົນ ກໍາປູເຈຍ ທີ່ມີຕໍ່ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ.

        ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ສອງປະເທດ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງຮັກສາການພົວພັນແລກປ່ຽນການຄ້າຊາຍແດນລະຫວ່າງສອງປະເທດ. ທ່ານນາງຖືວ່າ, ເລື່ອງສະພາແຫ່ງຊາດສອງປະເທດໄດ້ໃຫ້ສັດຕະຍາບັນສົນທິສັນຍາສະບັບປັບປຸງ ປີ 2019 ແລະ ອະນຸສັນຍາກ່ຽວກັບການຂີດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ບັນລຸໄດ້ 84% ນັ້ນ ແມ່ນພື້ນຖານທີ່ມີຄວາມສໍາຄັນຍິ່ງເພື່ອໃຫ້ສອງປະເທດສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືແບບຍືນຍົງ. ທ່ານນາງ ຫງວຽນທິກິມເງິນ ກໍປາດຖະໜາວ່າ, ສະພາແຫ່ງຊາດສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອສະໜັບສະໜູນສອງປະເທດປະຕິບັດໜ້າວຽກຕໍ່ໄປໃຫ້ສໍາເລັດໂດຍໄວ, ຕໍ່ສູ້, ປະຕິເສດບັນດາຖ້ອຍທໍານອງເສກສັນປັ້ນແຕ່ງ, ບໍ່ມີມູນຄວາມຈິງຂອງກໍາລັງເປັນປໍລະປັກ, ທໍາລາຍວຽກງານຂີດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຂອງສອງປະເທດ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກໍາປູເຈຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ສະໜັບສະໜູນ ແລະ ໃຫ້ການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ຫວຽດນາມ ສາມາດປະຕິບັດສໍາເລັດໜ້າທີ່ສໍາຄັນຄື ເປັນປະທານ ອາຊຽນ, ປະທານ AIPA 41 ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. 

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top