• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງດັ້ງ​ທິ​ງັອກ​ທິ້ງ ​ຮອງປະ​ທານ​ປະ​ເທດພົບ​ປະ​ກັບ​ຄະ​ນະ​​ຄູອາ​ຈານ​ສຶກ​ສາ​ວິ​ຊາ​ຊີບ​ດີ​ເດັ່ນ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູ ຫວຽດນາມ (20 ພະຈິກ), ຕອນບ່າຍວັນທີ 19 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນຄູອາຈານສຶກສາວິຊາຊີບດີເດັ່ນ ປີ 2019.


ທ່ານນາງດັ້ງທິງັອກທິ້ງ ຮອງປະທານປະເທດພົບປະກັບຄະນະຄູອາຈານສຶກສາວິຊາຊີບດີເດັ່ນ

(ພາບ: TTXVN) 


ທີ່ການພົບປະ, ທ່ານນາງ ດັ້ງທິງັອກທິ້ງ ໃຫ້ຮູ້ວ່າ ວຽກງານສຶກສາວິຊາຊີບໄດ້ຢັ້ງຢືນບົດບາດ ແລະ ທີ່ຕັ້ງຢ່່າງໝັັ້ນຄົງໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນເພີ່ມທະວີສະມັດຕະພາບການອອກແຮງງານ ແລະ ພັດທະນາປະເທດຊາດແບບຍືນຍົງ. ທ່ານນາງຮອງປະທານປະເທດ ໄດ້ສະເໜີໃຫ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ລະບົບການສຶກສາວິຊາຊີບຕ້ອງສຸມໃສ່ເຂົ້າໃນການຊີ້ນຳນຳພາ ແລະ ຈັ້ງຕັ້ງການຜັນຂະຫຍາຍປະຕິບັດບັນດາມາດຕະການຢ່າງຄົບຊຸດ ໃນນັ້ນ ສຸມໃສ່ເຂົ້າໃນການພັດທະນາຖັນແຖວຄູອາຈານ ແລະ ຖືນີ້ແມ່ນມາດຕະການບຸກທະລຸເພື່ອພັດທະນາການສຶກສາວິຊາຊີບໃນຊຸມປີຈະມາເຖິງ.

 ແລະກໍ່ໃນຕອນເຊົ້າວັນທີ 19 ພະຈິກ,ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ບັນດາອະດີດການນຳຂະແໜງການສຶກສາ. ນະທີ່ນີ້, ທ່ານ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ພັກ, ລັດ ມີຄວາມເອົາໃຈໃສ່ພິເສດເຖິງການສຶກສາ - ໂດຍເປັນຂົງເຂດທີ່ມີຄວາມສຳຄັນທີ່ສຸດໃນການພັດທະນາປະເທດຊາດ. ພ້ອມທັງປາດຖະໜາໃຫ້ ບັນດາອະດີດການນຳໃນຂົງເຂດການສຶກສາຈົ່ງມີສຸຂະພາບເຂັ້ມແຂງເພື່ອສືບຕໍ່ປະກອບສ່ວນບັນດາບົດຮຽນອັນລ້ຳຄ່າຂອງຕົນໃຫ້ແກ່ພາລະກິດພັດທະນາພື້ນຖານການສຶກສາຂອງປະເທດຊາດ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top