• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການ UNESCO


ທ່ານ​ເອກ​ອັກຄະ​ລັດຖະທູດ ​ຟ້າ​ມ​ແຊງ​ເຈົາ
      ວັນ​ທີ 27/4, ​ໃນ​ຂອບ​ເຂດ​ກອງ​ປະຊຸມສະພາ​ບໍລິຫານ​ UNESCO ຄັ້ງ​ທີ 201 ​ເຊິ່ງດຳ​ເນີນ​ຢູ່ ປາຣີ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ຟ້າ​ມ​ແຊງ​ເຈົາ, ຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ລາຍ​ງານ​ຕໍ່​ສະພາ​ບໍລິຫານ​ຂອງ  UNESCO ​ແລະ ບັນດາ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາຊິກ, ​ໂຄງການ​ດຳ​ເນີນ​ງານ, ດ້ວຍ​ຖານະ​ເປັນ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ຜູ້ອຳນວຍການ UNESCO.
​            ໃນໂຄງການ​ດຳ​ເນີນ​ງານ,  ທ່ານ​ເອກ​ອັກຄະ​ລັດຖະທູດ ​ຟ້າ​ມ​ແຊງ​ເຈົາ ​ໄດ້​ຍົກ​ອອກ 3 ສານ​ໃຫຍ່​ກ່ຽວ​ກັບ​ວິ​ໄສ​ທັດ UNESCO ດ້ວຍ​ບັນດາ​ຫົວ​ເລື່ອງ​ປ່ຽນ​ໃໝ່​​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ອົງການ​ນີ້ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ຕໍ່​ຈາກ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຟ້າ​ມ​ແຊງ​ເຈົາ ​ ​ໄດ້​ຕອບ​ບັນດາ​ຄຳ​ຖາມ​ຂອງ​ບັນດາ​ສະມາຊິກ ສະພາ​ບໍລິຫານ ​ເພື່ອ​ແນ​ໃສ່​ເຮັດ​ແຈ້ງ​ທັດສະນະ​ຂອງ​ທ່ານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ​ໃຫ້ UNESCO.
            “ທີ​ໜຶ່ງ, UNESCO ຕ້ອງ​ສືບ​ຕໍ່​ພາລະ​ໜ້າ​ທີ່​ສັນຕິພາບ, ​ເພາະວ່າ​ນັ້ນ​ແມ່ນ​ພາລະ​ໜ້າ​ທີ່​ອັນ​ສູງ​ສົ່ງ, ສັກກະ​ລະ​ບູຊາ, ​ເຊິ່ງກົດ​ບັດ​ຂອງ UNESCO ​ໄດ້​ກຳນົດ​ແລ້ວ. ທີ​ສອງ​ແມ່ນ UNESCO ຕ້ອງ​ສືບ​ຕໍ່​ວິວັດ​ການ​ປະຕິ​ຮູບ. UNESCO  ​ໄດ້​ປະຕິ​ຮູບ, ພວມ​ປະຕິ​ຮູບ ​ແລະ ຄວນ​ສືບ​ຕໍ່​ປະຕິ​ຮູບ ​ເພື່ອ​ກາຍ​ເປັນ​ອົງການ​ທີ່​ມີ​ປະສິດທິ​ຜົນ​ກວ່າ, ຂະຫຍັນ​ຂັນ​ເຄື່ອນ​ກວ່າ, ສາມາດ​ຮ່ວມ​ມື​ດີກ​ວ່າ ​ແລະ ກຳນົດ​ທີ່​ຕັ້ງ​ຂອງ​ຕົນ​ຄືນ​ໃໝ່​ໃນ​ລະບົບ​ຂອງ​ສະຫະ​ປະຊາ​ຊາດ. ທີ​ສາມ​ແມ່ນ UNESCO ​ຄວນ​ເຮັດ​ວຽກ​ງານ​ໂຄສະນາ​ໃຫ້​ດີກ​ວ່າ ​ເພື່ອ​ໃຫ້​ໂລກ​ເຂົ້າ​ໃຈ​ແຈ້ງ, UNESCO  ບໍ່​ພຽງ​ແຕ່​ເຮັດ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ການ​ສຶກສາ​ເທົ່າ​ນັ້ນ, ​ຫາກ UNESCO ຍັງ​ມີ​ຄວາມ​ແຮງ​ໃນ​ຂົງ​ເຂດ​ວິທະຍາສາດ​ທຳ​ມະ​ຊາດ, ວິທະຍາສາດ​ສັງຄົມ​ອີກ​ດ້ວຍ, ​ແລະ​ພວມ​ຕັດສິນ​ໃຈ​ສ້າງ​ສັງຄົມ​ແຫ່ງ​ຂໍ້​ມູນ​ຂ່າວສານ, ຢູ່​ທີ່​ນັ້ນ​ທຸກ​ຄົນ​ມີ​ສິດ​ສຳຜັດ​ກັບຂໍ້​ມູນຂ່າວ“.
            ການ​ລາຍ​ງານ​ດ້ວຍ​ພາສາ​ອັງກິດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ຟ້າ​ມ​ແຊງ​ເຈົາ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ​ວ່າ​ມີ​ຄວາມ​ຈະ​ແຈ້ງ, ​​logic, ດ້ວຍ​ບັນດາ​ຂໍ້​ສະ​ເໜີ​ທີ່​ມີ​ລັກສະນະ​ເປັນ​ໄປ​ສູງ. ​ພາຍຫຼັງ​ການ​ປາຖະ​ກະຖາ, ເພື່ອ​ນມິດສາກົນ​ຫຼາຍຄົນ​ໄດ້​ມາ​ອວຍພອນ​ທ່ານ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ສະ​ເໜີ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງທ່າ​ນໜຶ່ງ​ເຂົ້າ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top