• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

      ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາທັງລົງກວ້າງ ແລະ ລົງເລິກ ໃນທຸກຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
ພາບ:vietnam+
      ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາທັງລົງກວ້າງ ແລະ ລົງເລິກ ໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ຊື່ງຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ ນັບແຕ່ກ່ອນມາຮອດປະຈຸບັນ ນັບທັງເມື່ອຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນ: ລັດຖະບານ ລາວ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ ໃຫ້ມີປະສິດທິຜົນ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕີລາຄາສູງການສົມທົບກັນຊີ້ນຳຢ່າງຂ້ຽວຂາດຂອງນາຍົກລັດຖະມົນຕີທັງສອງທ່ານ ກໍ່ຄື ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສອງປະເທດໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດຫລາຍຢ່າງໃນການຮ່ວມມື ເປັນຕົ້ນຄວາມຫຍຸ້ງຍາກໂດຍ ໂລກລະບາດໂຄວິດ 19 ກໍ່ຂຶ້ນ, ສ້າງການຫັນປ່ຽນເປັນຫນ້າຮັບຮູ້ໃນບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ກໍ່ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ສຸມໃສ່ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບໃນກອງປະຊຸມຄັ້ງນີ້ ເປັນຕົ້ນແມ່ນບັນດາເອກະສານທີ່ໄດ້ລົງນາມ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ.

Top