• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງການຮ່ວມມືສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

      ກ່າວຄໍາເຫັນທີ່ກອງປະຊຸມສາກົນທາງອອນລາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດວັນທີ 28 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງການນໍາບັນດາປະເທດຮ່ວມມືໃນການຮັບມືກັບບັນດາໄພນາບຂູ່ທົ່ວໂລກ ເຊິ່ງລວມມີບັນຫາການປ່ຽນແປງຂອງດິນຟ້າອາກາດ.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)
      ທ່ານ Antonio Guterres ຖືວ່າບັນດາປະເທດຕ້ອງໃຫ້ຄໍາໝັ້ນສັນຍາຢຸດຕິການປ່ອຍອາຍພິດ dioxide carbon ເຊິ່ງເປັນອາຍພິດຊະນິດຕົ້ນຕໍທີ່ສົ່ງຜົນກະທົບເຮືອນແກ້ວ, ປ່ອຍຫຼືບອາກາດຫຸ້ມໜ່ວຍໂລກ ໃນປີ 2050. ທ່ານ Guterres ກໍສະເໜີແຜນການ ເຊິ່ງລວມມີ 6 ຂໍ້ ເພື່ອແນໃສ່ຮັບປະກັນວ່າລັດຖະບານບັນດາປະເທດຈະສຸມໃສ່ນັບທັງບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ມານະພະຍາຍາມຟື້ນຟູຈາກໂລກລະບາດ. ແຜນການດັ່ງກ່າວກໍຮຽກຮ້ອງໃຫ້ຢຸດຕິການສະໜອງເຊື້ອເພີງຟອດຊິວ (fossil) ແລະ ປັບໄໝບັນດາອົງການ ແລະສ່ວນບຸກຄົນທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.
            ທ່ານເລຂາທິການໃຫຍ່ສປຊກໍຮຽກຮ້ອງໃຫ້ສະຫະພາບເອີີຣົບສະແດງບົດບາດນໍາພາທົ່ວໂລກຂອງຕົນສໍາລັບການນໍາສະເໜີແຜນການຫຼຸດຜ່ອນອາຍພິດ ເຊິ່ງຈະອັບເດດໃນທ້າຍປີນີ້ດ້ວຍເປົ້າໝາຍກາຍເປັນທະວີບຈາວກັນທໍາອິດກ່ຽວກັບອາຍພິດໃນປີ 2050.
 (ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top