• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ປະກາດບັນດາການເຄື່ອນໄຫວບຸລິມະສິດໃນປີ 2020

      ວັນທີ 4 ກຸມພາ, ຢູ່ສໍານັກງານ ສປຊ ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່ ສປຊ Antonion Guterres ໄດ້ດໍາເນີນການປະຊຸມຖະແຫຼງຂ່າວຕົ້ນປີ ເພື່ອແນໃສ່ຍົກອອກສານກ່ຽວກັບບັນດາບັນຫາບຸລິມະສິດຂອງອົງການດັ່ງກ່າວໃນປີ 2020.

ທ່ານເລຂາທິການໃຫຍ່ ສປຊ Antonion Guterres (ພາບ: AP)
      ນັ້ນແມ່ນການສຸມໃສ່ຊອກຫາມາດຕະການໃຫ້ແກ່ແກ້ໄຂຄວາມເຄັ່່ງຕຶງດ້ານການເມືອງ, ຍູ້ແຮງບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ເພີ່ມທະວີການສົມທົບລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງຫຼາຍຝ່າຍອື່ນໆ.
        ກ່່ຽວກັບບັນດາການເຄື່ອນໄຫວລະອຽດ, ທ່ານ Guterres ໃຫ້ຮູ້ວ່າ ໃນປີ 2020, ສປຊ ຈະສຸມໃສ່ບັນດາຄວາມມານະພະຍາຍາມຊຸກຍູ້ການພົວພັນທາງການທູດຢ່າງແຮງກວ່າອີກ ເພື່ອສັນຕິພາບ; ຮຽກຮ້ອງໃຫ້ບັນດາປະເທດຄວນໃຫ້ຄໍາໝັ້ນສັນຍາຢ່າງແຮງກວ່າອີກ ນັບທັງການປະກາດດ້ານການເງິນໃນບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມບັນດາກອງປະຊຸມໃຫຍ່ໃນປີ 2020, ໂດຍສະເພາະແມ່ນກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຈະຈັດຂຶ້ນຢູ່ ອັງກິດ ຈະແມ່ນໂອກາດເພື່ອໃຫ້ມີການກະທໍາ; ສືບຕໍ່ມານະພະຍາຍາມສ້າງຂະບວນວິວັດແຫ່ງການຫັນເປັນໂລກາພິວັດຢ່າງຍຸຕິທໍາ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ສປຊ ກໍໄດ້ວາງອອກ ທັດສະວັດແຫ່ງການເຄື່ອນໄຫວ ເພື່ອຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.
 (ແຫຼ່ງຄັດຈາກ VOV)
 

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top