• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນ ຂຶ້ນເປັນພົນເອກໃຫ້ລັດຖະມົນຕີກະຊວງຕຳຫລວດແລະຫົວຫນ້າກົມໃຫຍ່ການເມືອງ

ຕອນເຊົ້າວັນທີ 29 ມັງກອນ ຢູ່ ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນຂຶ້ນເປັນພົນເອກໃຫ້ທ່ານໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ແລະ ທ່ານ ເລືອງເກືອງ ຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. 

ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນ ຂຶ້ນເປັນພົນເອກໃຫ້ລັດຖະມົນຕີກະຊວງຕຳຫລວດແລະຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. 

ພາບ: vietnam+

ກ່າວຄຳເຫັນນະພິທີ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ: ເລື່ອງພັກ, ລັດ ເລື່ອນຊັ້ນຂຶ້ນເປັນພົນເອກ ໃຫ້ທ່ານໂຕເລີມ ແລະ ທ່ານ ເລືອງເກືອງ ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ  ແລະ ປະຊາຊົນສຳລັບກຳລັງປະກອບອາວຸດ ພ້ອມທັງແມ່ນການຮັບຮູ້, ຕີລາຄາສູງການປະກອບສ່ວນສຳຄັນຂອງແຕ່ລະສະຫາຍສຳລັບພາລະກິດແຫ່ງການສ້າງສາ ແລະ ພັດທະນາກອງທັບ, ຕຳຫລວດກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງ ເນັ້ນຫນັກວ່າ:

“ໃນຖານະຕຳແຫນ່ງວຽກງານ, ເຖິງວ່າ ຢູ່ໃນເງື່ອນໄຂຄືແນວໃດ ພວກສະຫາຍຍາມໃດກໍ່ສະແດງໃຫ້ເຫັນແມ່ນພະນັກງານມີຄຸນທາດດ້ານການເມືອງອັນໝັ້ນແກ່ນ, ມີຄຸນສົມບັດ ຈັນຍາບັນ, ແລະ ມີນ້ຳໃຈຮັບຜິດຊອບ ແລະ ສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍເປັນຢ່າງດີ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າ: ເລື່ອງປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ,   ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນຫນ້າທີ່ຈຸດສຸມ ເປັນປະຈຳ ຂອງພັກ, ລັດ, ຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ, ໃນນັ້ນ ກອງທັບປະຊາຊົນ ແລະ ຕຳຫລວດປະຊາຊົນແມ່ນກຳລັງຫລັກແຫລ່ງແກ່ນສານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top