• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງຕ້ອນຮັບທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen

ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ກໍາປູເຈຍ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ກໍຄືສາຍພົວພັນມິດຕະພາບ, ສາມັກຄີ ແລະ ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ - ກໍາປູເຈຍ - ລາວ ໃຫ້ນັບມື້ນັບພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Samdech Techo Hun Sen, ນາຍົກລັດຖະມົນຕີລາຊະອານາຈັກກໍາປູເຈຍ 

ຕອນບ່າຍວັນທີ 07 ທັນວາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກກໍາປູເຈຍ ໂດຍທ່ານ Samdech Techo Hun Sen, ນາຍົກລັດຖະມົນຕີ ນໍາໜ້າຄະນະ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ກໍາປູເຈຍ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ກໍຄືສາຍພົວພັນມິດຕະພາບ, ສາມັກຄີ ແລະ ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ - ກໍາປູເຈຍ - ລາວ ໃຫ້ນັບມື້ນັບພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີສອງປະທດ ແລະ ສະເໜີໃຫ້ນາຍົກລັດຖະມົນຕີສອງທ່ານ ຊີ້ນໍາບັນດາກະຊວງ, ຂະແໜງການກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍບັນດາສົນທິສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ; ສະເໜີສອງຝ່າຍສົມທົບກັນສ້າງສໍາເລັດບັນດາເອກະສານກ່ຽວກັບຜົນງານຂອງ 84% ການຂີດຂັ້ນປັກຫຼັກໝາຍຊາຍແດນ ເປັນນິຕິກໍາ, ສູ້ຊົນປະຕິບັດສໍາເລັດວຽກງານຂີດຂັ້ນ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ ໂດຍໄວ ເພື່ອແນໃສ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ.

        ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊາບ ກ່ຽວກັບສະພາບການຂອງກໍາປູເຈຍ ຫວ່າງມໍ່ໆມານີ້; ພ້ອມທັງຢືນຢັນວ່າ ລັດຖະບານກໍາປູເຈຍ ອາຍຸການທີ 6 ຈະຕັດສິນໃຈແກ້ໄຂບັນດາບັນຫາຊາຍແດນທາງບົກກັບຫວຽດນາມ ຢ່າງເຖິງຖອງ; ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບຫວຽດນາມ.(ແຫຼ່ງຄັດຈາກ VOV)


ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top