• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ “ວັນບຸນມະຫາສາມັກຄີີທົ່ວປວງຊົນທັງຊາດ” ຢູ່ແຂວງດັກລັກ

      ຕອນເຊົ້າວັນທີ 11 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ວັນບຸນມະຫາສາມັກຄີີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ ໂດຍຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ແລະ ທ້ອງຖິ່ນ ຈັດຕ້ັງຂຶ້ນຢູ່ເມືອງ Krong Ana, ແຂວງດັກລັກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງມອບຂອງຂວັນໃຫ້ແກ່ ບັນດາຄອບຄົວດີເດັ່ນ (ພາບ: laodong.vn)
      ເມື່ອມາຢ້ຽມຢາມ ແລະ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່່ວປວງຊົນທັງຊາດ ກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ຕາແສງ Dur Kmal, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຕາແສງ Dur Kmal, ເມືອງ Krong Ana ມີການປ່ຽນແປງໃໝ່ ແລະ ພັດທະນາຄືໃນປັດຈຸບັນ ແມ່ນຍ້ອນມີຄວາມສາມັກຄີກັນເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງຂອງພໍ່ແມ່ພີ່່ນ້ອງບັນດາເຜົ່າ. ທ່ານ ຫງວຽນຝູຈ້ອງ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ຕາແສງ Dur Kmal, ເມືອງ Krong Ana ຈົ່ງສືບຕໍ່ຜັນຂະຫຍາຍບັນດາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ຢ່າງມີປະສິດທິຜົນ; ທ່ານຍັງຢັ້ງຢືນວ່າ ສູນກາງ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ ທ້ອງຖິ່ນແຫ່ງຕ່າງໆສ້າງສາ, ພັດທະນາ, ນັບທັງສະໜອງແຫຼ່ງກໍາລັງດ້ານວັດຖຸ, ແບ່ງປັນບົດຮຽນ, ບໍາລຸງສ້າງພະນັກງານ, ຊອບແວວິທະຍາສາດ - ເຕັກນິກ..... ແລະ ອື່ນໆ. ເມື່ອເນັ້ນໜັກເຖິງຄວາມຈໍາເປັນຕ້ອງເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ເຊື່ອໝັ້ນວ່າ ດ້ວຍນໍ້າໃຈສາມັກຄີ, ສາມັກຄີ, ມະຫາສາມັກຄີ, ແນ່ນອນວ່າ ຕາແສງ Dur Kmal ຈະປະສົບຜົນສໍາເລັດ.
             ກ່ອນໜ້ານັ້ນ, ວັນທີ 10 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມີການເຮັດວຽກກັບຄະນະປະຈໍາຄະນະພັກແຂວງດັກລັກ ກ່ຽວກັບສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການກໍ່ສ້າງພັກຂອງແຂວງ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ກ່ຽວກັບການປະຕິບັດບັນດາຄາດໝາຍ ຂອງ ມະຕິກອງປະຊຸມໃຫຍ່ຄະນະພັກແຂວງໃນກາງສະໄໝ. ໃນນັ້ນ ມີຫຼາຍເປົ້າໝາຍບັນລຸໄດ້ລະດັບສູງ ເມື່ອທຽບໃສ່ຜົນສະເລ່ຍຂອງທົ່ວປະເທດ. ສິ່ງທີ່ເປັນໜ້າປະທັບໃຈນັ້ນແມ່ນ ລະດັບເຕີບໂຕເສດຖະກິດ, ມູນຄ່າຜະລິດກະສິກໍາ, ລາຍຮັບງົບປະມານ, ໂຄງປະກອບພື້ນຖານໂຄງລ່າງ, ການສຶກສາ, ການແກ້ໄຂບັນຫາຊາວອົບພະຍົບແບບຊະຊາຍ, ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງ, ຄວາມສະຫງົບປອດໄພໃນສັງຄົມ.
        ພ້ອມກັນນັ້ນ, ທ່ານ ຫງວຽນຝູຈ້ອງ ກໍໄດ້ໃສ່ໃຈວ່າ ແຂວງດັກລັກ ຄວນເປັນເຈົ້າການໃນການປະຕິບັດການສໍາຫຼວດກວດກາຄືນ ຕິດພັນກັບການວາງແຜນຜັງໃຫ້ເປັນຢ່າງດີ, ກະກຽມບຸກຄະນລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ອາຍຸການ 2020 – 2025 ໃຫ້ເປັນຢ່າງດີ; ສົມທົບກັບບັນດາກະຊວງ, ຂະແໜງການ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ ເພື່ອສ້າງແຂວງດັກລັກໃຫ້ກາຍເປັນໃຈກາງຂອງໄຕງວຽນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top