• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນບຸນເຕັດການນຳ,ອະດີດການນຳພັກ,ລັດ,ພໍ່ແມ່ປະຊາຊົນ,ນັກຮົບທົ່ວປະເທດ

ຕອນເຊົ້າວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ພົບປະ, ອວຍພອນບຸນເຕັດບັນດາການນຳ, ອະດີດການນຳພັກ,ລັດ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເປັນປະທານການພົບປະ.


(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນບຸນເຕັດການນຳ,

ອະດີດການນຳພັກ,ລັດ,ພໍ່ແມ່ປະຊາຊົນ,ນັກຮົບທົ່ວປະເທດ)

ກ່າວຄຳເຫັນອວຍພອນບຸນເຕັດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ: ປີລະກາ 2017, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ປະເທດຊາດປະຕິບັດສຳເລັດ ແລະ ລື່ນກາຍ 13 ຄາດໝາຍແຜນການທີ່ໄດ້ວາງອອກ. GDP ບັນລຸ 6,81%, ເສດຖະກິດມະຫາພາກເປັນປົກກະຕີ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ໃນປີ 2018, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊີ້ແຈ້ງການປະຕິບັດບັນດາຄາດໝາຍ, ໜ້າທີ່ໄລຍະ 5 ປີ (2016 - 2020) ວ່າ.

        “ສຸມໃສ່ບຸລະມະສິດປະຕິບັດສຳເລັດລະບອບລະບຽບເສດຖະກິດກການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ສ້າງການຫັນປ່ຽນຢ່າງຈະແຈ້ງກວ່າ ໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ພັດທະນາຢ່າງມີປະສິດທິຜົນວັດທະນະທຳ, ສັງຄົມ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ. ເປັນເຈົ້າການປ້ອງກັນ, ຕ່ໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ການເຄື່ອນໄຫວຫວັງມ້າງທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກຢ່າງທັນການ, ມີປະສິດທິຜົນ. ປະຕິບັດວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ…”

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຮ່ວມແຮງຮ່ວມໃຈ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສ້າງປະເທດໃຫ້ນັບມື້ນັບໃຫຍ່ກວ່າ ແລະ ສວຍງາມກວ່າ ແລະ ມີຄວາມວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top