• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຮຽກຮ້ອງການກວດກາທຸກພາຫະນະເຂົ້າອອກນະຄອນໂຮ່ຈີມິນ

      ບັນດາພາຫະນະ ແລະ ປະຊາຊົນເຂົ້າອອກນະຄອນ ຕ້ອງປະຕິບັດການແຈ້ງອາການສຸຂະພາບ, ໃນນັ້ນຕ້ອງແຈ້ງຂໍ້ມູນຢ່າງລະອຽດ ສຳລັບຜູ້ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ແລ້ວ ແລະ ມີຜົນກວດວິໄຈຫາເຊື້ອໄວຣັດ ໂຄວິດ - 19 ເພື່ອຈຳກັດຄົນໄປມາ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ຕອນເຊົ້າວັນທີ 5 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງອອນລາຍ ກັບນະຄອນໂຮ່ຈີມິນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໂດຍແມ່ນທ້ອງຖິ່ນທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາໝູ່ໃນປະເທດ ດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 6.200 ຄົນ, ນະຄອນໂຮ່ຈີມິນ ພວມປະຕິບັດບັນດາຄຳສັ່ງແຍກຫ່າງສັງຄົມ, ປິດລ້ອມຢ່າງເຂັ້ມງວດ ເພື່ອແນໃສ່ຄວບຄຸມ, ມຸ່ງໄປເຖິງການຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ໄດ້ສະເໜີໃຫ້ນະຄອນໂຮ່ຈີມິນ ຈົ່ງສົມທົບກັບບັນດາແຂວງ, ນະຄອນທີ່ໃກ້ຄຽງ ຄວບຄຸມຜູ້ເຂົ້າອອກນະຄອນ. ຕາມນັ້ນແລ້ວ, ບັນດາພາຫະນະ ແລະ ປະຊາຊົນເຂົ້າອອກນະຄອນ ຕ້ອງປະຕິບັດການແຈ້ງອາການສຸຂະພາບ, ໃນນັ້ນຕ້ອງແຈ້ງຂໍ້ມູນຢ່າງລະອຽດ ສຳລັບຜູ້ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ແລ້ວ ແລະ ມີຜົນກວດວິໄຈຫາເຊື້ອໄວຣັດ ໂຄວິດ - 19 ເພື່ອຈຳກັດຄົນໄປມາ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top