• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານບັ້ນຫາສຽງເລືອກຕັ້ງ ບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດກອງປະຊຸມປະຈຳປີ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73 ທີ່ນະຄອນ ນິວຢອກ (ສະຫະລັດອາເມລິກາ), ວັນທີ 26 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານການພົບປະ ຂົນຂວາຍບັນດາປະເທດ ໃຫ້ການສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ 2020-2021.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ກ່າວຄຳເຫັນທີ່ການຂົນຂວາຍ (ພາບ:Hoai Thanh/TTXVN)

ກ່າວຄຳເຫັນທີ່ການຂົນຂວາຍ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ, ລັດຖະມົນຕີການຕ່າງປະເທດ ແລະ ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ກວ່າ 100 ທ່ານ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າການອອກສະໝັກເລືອກຕັ້ງເຂົ້າໃນສະພາຄວາມໝັ້ນຄົງ ສປຊ ສະແດງອອກເຊິ່ງແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ກໍ່ຄືຄວາມປາຖະໜາຂອງຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ຖ້າໄດ້ຮັບເລືອກຕັ້ງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮ່ວມມືແນໃສ່ສະກັດກັ້ນການປະທະກັນ, ແກ້ໄຂ ບັນດາຂໍ້ຂັດແຍ້ງສາກົນໂດຍສັນຕິວິທີ, ປົກປ້ອງສາມັນຊົນໃນເຫດປະທະກັນ ແລະ ແກັໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພື່ອກໍ່ສ້າງພື້ນຖານສັນຕິພາບແບບຍືນຍົງ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການຮ່ວມມືລະຫວ່າງ ສະພາຄວາມໝັ້ນຄົງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງບັນດາປະເທດ, ຫວຽດນາມ ຈະເຮັດສຳເລັດໜ້າທີ່ສຳຄັນຂອງສະມາຊິກໜຶ່ງໃນສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.

ແລະກໍ່ໃນວັນທີ 26 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ມີການພົບປະສອງຝ່າຍກັບ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດ ອົດສະຕາລີ,  ຢູແກຼນ, ສະໂລວາກີ, ສະໂລເວນີ ອູກາັນດາ, ເອກົວດໍ ແລະ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ.

(​ແຫຼ່ງຄັດ​ຈາກ VOV)


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top