• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບລັດຖະມົນຕີການຕ່າງປະເທດນອກແວແລະໄອແລນ

      ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 13 ຂອງເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ຢູ່ Nay Pyi Taw ປະເທດ ມຽນມາ, ວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວ ແລະ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ໄອແລນ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ  ພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວIne Eriksen Soreide
ພາບ:vietnam+
      ເມື່ອພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວ Ine Eriksen Soreide, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ: ນອກແວ ສືບຕໍ່ຫນູນຊ່ວຍຫວຽດນາມ ຫັນເປົ້າໝາຍພັດທະນາສະຫັດສະວັດໃຫ້ປະກົດຜົນເປັນຈິງ ພິເສດແມ່ນດ້ານສາທາລະນະສຸກ, ການສຶກສາ, ນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ. ສ່ວນທ່ານລັດຖະມົນຕີ ການຕ່າງປະເທດ ນອກແວ Ine Eriksen Soreide ຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ  ແລະ ຢືນຢັນ: ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການເດີນທະເລ, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃຫມ່, ນ້ຳມັນອາຍແກສ, ລ້ຽງປູກສິນໃນນ້ຳ.
      ທີ່ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ໄອແລນ Ciaran Cannon, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ກະຊວງການຕ່າງປະເທດສອງປະເທດ ສົມທົບກັນຢ່າງແຫນ້ນແຟ້ນເພື່ອຜັນຂະຫຍາຍຍຸດທະສາດການຮ່ວມມືໄລຍະ 2017-2020. 
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top