• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກນ້ຳຖ້ວມຄັ້ງປະຫວັດສາດຢູ່ແຂວງ


ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ລົງ​ຕິດ​ຕາມກວດ​ກາ
ສະ​ພາບ​ການ​ໄພ​ທຳ​ມະ​ຊາດ​ຢູ່​ແຊວງ​ລາວ​ກາຍ
      ຕອນ​ບ່າຍ​ວັນ​ທີ 5/8, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໄດ້​ມີ​ການ​ເຮັດ​ວຽກ​ຢູ່ ແຂວງ ລາວ​ກາຍ ເພື່ອ​ຊີ້​ນຳ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນ​ຕົກ​ຫນັກ​ນ້ຳ​ຖ້ວມ​ຄັ້ງ​ປະ​ຫວັດ​ສາດ​ໄດ້​ກໍ່​ຂຶ້ນ​ຢູ່​ທ້ອງ​ຖິ່ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ການ​ເຂົ້າ​ຮ່ວມ​ຢ່າງ​ທັນ​ການ​ຂອງ​ບັນ​ດາ​ກຳ​ລັງ, ອຳ​ນ​າດ​ການ​ປົກ​ຄອງທຸກ​ຂັ້ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ອື່ນ​ຂອງ​ແຂວງ ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນ​ຕົກ​ຫນັກ​ນ້ຳ​ຖ້ວມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ແຂວງ​ລາວ​ກາຍ ຄວນ​​ສຸມ​ກຳ​ລັງ​ແຮງເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຈຸດ​ສຸມ​ຄື: ຊອກ​ຫາ​ຜູຸ້​ຖືກ​ຫາຍ​ສາບ​ສູນ, ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ເຂດ​ອັນ​ຕະ​ລາຍ ແລະ ປະ​ຕິ​ບັດ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ເປັນ​ຢ່າງ​ດີ, ປ້ອງ​ກັນ​ໂລກ​ພະ​ຍາ​ດ​ອາດ​ຈະ​ເກີດ​ຂຶ້ນ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ ສະ​ພາບ​ອາ​ກາດ​ຍັງ​ສືບ​ຕໍ່​ຜັນ​ແປ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ຂ້າ​ພະ​ເຈົ້າ​ສະ​ເຫນີ ແຂວງ ລາວ​ກາຍ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ປະ​ຊາ​ຊົນ ແລະ ຊັບ​ສິນ.
      ຕາມ​ການ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາວ​ກາຍ, ຝົນ​ຕົກ​ຫນັກ​ແລະ​ນ້ຳ​ຖ້ວມ​ເກີດ​ຂຶ້ນ​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 5/8 ໄດ້​ເຮັດ​ໃຫ້ 3 ຄົນ ເສຍ​ຊີ​ວິດ, 7 ຄົນ​ຖືກ​ຫາຍ​ສາບ​ສູນ ແລະ​ ເຮືອນ​ຊານ ເກືອບ 270 ຫລັງ, ກິດ​ຈະ​ກຳ​ຂອງ​ລັດຖືກ​ເປ​ເພ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top