• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານອະດີດປະທານປະເທດ ເລດຶກແອັງ ຍາມໃດກໍເອົາໃຈໃສ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ

      ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນ ຍາມໃດກໍສະຫງວນຄວາມຮັກແພງ, ເຄົາລົບນັບຖືທ່ານອະດີີດປະທານປະເທດ ເລດຶກແອັງ - ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ, ມີນໍ້າໃຈຂອງຫວຽດນາມ

ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນຕອບສໍາພາດຕໍ່ນັກຂ່າວ VOV  
      ໂດຍເປັນຜູ້ນໍາທີ່ເຕີບໃຫຍ່ມາຈາກກອງທັບ, ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນ ຍາມໃດກໍສະຫງວນຄວາມຮັກແພງ, ເຄົາລົບນັບຖືທ່ານອະດີີດປະທານປະເທດ ເລດຶກແອັງ - ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ, ມີນໍ້າໃຈຂອງຫວຽດນາມ, ເຊິ່ງຍາມໃດກໍເອົາໃຈໃສ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ. ພົບປະ ແລະ ເຮັດວຽກກັບສະຫາຍ ເລດຶກແອັງ ມາຫຼາຍຄັ້ງ, ທ່ານ ຈູມມາລີ ໄຊຍະສອນ ຍາມໃດກໍມີຄວາມປະທັບໃຈຕໍ່ຜູ້ນໍາທີ່ສຸດອົກສຸດໃຈເພື່ອປະເທດຊາດ ເພື່ອປະຊາຊົນ ແລະ ອຸທິດທັງຊີວິດຂອງຕົນເພື່ອພາລະກິດແຫ່ງການປະຕິວັດຫວຽດນາມ. ທ່ານອະດີດເລຂາທິການໃຫຍ່ - ປະທານປະເທດ ລາວ ຍາມໃດກໍຖືບັນດາວິລະກໍາພາລະກິດຕໍ່ສູ້ກູ້ຊາດຕ້ານຝລັ່ງ, ຕ້ານ ອາເມລິກາ ຂອງທ່ານພົນເອກ ເລດຶກແອັງ ແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ບັນດາການນໍາລາວເປັນຕົ້ນແມ່ນຕົວທ່ານເອງ. ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບໍ່ອາດຫຼົງລືມໄດ້ການຊ່ວຍເຫຼືອດ້ວຍນໍ້າໃສໃຈຈິງຂອງຫວຽດນາມ ໃນຊຸມປີທີ່ ລາວ ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນໃນຂົງເຂດການທະຫານ ເມື່ອທ່ານພົນເອກ ເລດຶກແອັງ ເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top