• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານອວງຈູລືວ,ຮອງປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະພາຕ່ຳແລະສະພາສູງຍີ່ປຸ່ນ

      ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນບ່າຍວັນທີ 4 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ມີການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ເຈລະຈາກັບ ທ່ານຮອງປະທານສະພາສູງ ຍີ່ປຸ່ນ  Gunji Akira ແລະ ຢ້ຽມຢາມສະພາຕ່ຳ, ສະພາສູງ ຍີ່ປຸ່ນ.

ທ່ານທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima
      ທີ່ການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ໃນເດືອນ 5 ຜ່ານມາ. ການຢ້ຽມຢາມ ສວມບົດບາດສຳຄັນໃນການປະກອບສ່ວນສ້າງການພົວພັນຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ທ່ານປະທານສະພາຕ່ຳ ຍີ່ປຸ່ນ ປາດຖະຫນາຢາກນ້ຳໃຈມິດຕະພາບສອງປະເທດ ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ຍີ່ປຸ່ນ ຈະພັດທະນາກວ່າອີກ.
      ທີ່ການເຈລະຈາກັບທ່ານຮອງປະທານສະພາສູງ ຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະແດງຄວາມປະຕິຊົມຊື່ນຕໍ່ການພົວພັນອັນດີງາມລະຫວ່າງສອງປະເທດພວມພັດທະນາອັນດີງາມ. ສ່ວນທ່ານຮອງປະທານສະພາສູງ ຍີ່ປຸ່ນ Gunji Akira ປາດຖະຫນາດຢາກໃຫ້ສະພາແຫ່ງຊາດຫວຽດນາມ, ສະພາສູງ ຍີ່ປຸ່ນ, ສະມາຊິກລັດຖະສະພາສອງປະເທດ ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນມຸ່ງໄປເຖິງການສະເຫລີມສະຫລອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຊື່ງຈະຖືກຈັດຂຶ້ນໃນປີ 2018.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top