• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Joe Biden ສະເໜີການເລືອກຕັ້ງປະທານ ແລະ ຮອງປະທານກົມສະສົມສະຫະລັດອາເມລິກາ

      ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ສະເໜີທ່ານ Jerome Powell ຮັບດຳລົງຕຳແໜ່ງປະທານກົມສະສົມສະຫະລັດອາເມລິກາ (FED) ຄືນໃໝ່ ເພື່ອຮັກສາ “ຄວາມສະຖຽນລະພາບ ແລະ ເອກະລາດ” ຂອງທະນາຄານສູນກາງ
ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບ: AFP)
      ວັນທີ 22 ພະຈິກ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ສະເໜີທ່ານ Jerome Powell ຮັບດຳລົງຕຳແໜ່ງປະທານກົມສະສົມສະຫະລັດອາເມລິກາ (FED) ຄືນໃໝ່ ເພື່ອຮັກສາ “ຄວາມສະຖຽນລະພາບ ແລະ ເອກະລາດ” ຂອງທະນາຄານສູນກາງ, ໃນສະພາບປະເທດ ອາເມລິກາ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃນເສັ້ນທາງຟື້ນຟູເສດຖະກິດຢ່າງຮອບດ້ານ. ທ່ານນາງປະທານາທິບໍດີ Joe Biden ກໍ່ສະເໜີຜູ້ວ່າການ Lael Brainard, ສະມາຊິກໜຶ່ງດຽວຂອງພັກປະຊາທິປະໄຕໃນສະພາຄຸ້ມຄອງບໍລິຫານກົມສະສົມສະຫະລັດອາເມລິກາ ຮັບດຳລົງຕຳແໜ່ງຮອງປະທານ.
        ທ່ານ Powell, ອາຍຸ 68 ປີ, ມີປະສົບການບໍລິຫານຂະແໜງການເງິນເປັນເວລາຫຼາຍປີ. ໃນຂະນະນັ້ນ, ທ່ານນາງ Brainard, ອາຍຸ 59 ປີ, ເຄີຍເປັນຜູ້ໃຫ້ຄຳປຶກສາດ້ານເສດຖະກິດ ແລະ ການຄ້າແຖວໜ້າໃຫ້ແກ່ທ່ານອະດີດປະທານາທິບໍດີ Bill Clinton.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top