• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ Donald Trump: ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ

      ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງກັບ ຈີນ.

ທ່ານປະທານາທິບໍດີ Donald Trump (ພາບ: TTXVN)
      ວັນທີ 9 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ວໍຊີງຕັນ ຍັງຄົງປຶກສາຫາລືກ່ຽວກັບບັນດາບັນຫາດ້ານການຄ້າກັບຄູ່ຮ່ວມມື ປັກກິ່ງ. ທ່ານຢັ້ງຢືນວ່າ ໃນຈຸດເວລາປັດຈຸບັນ, ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງກັບ ຈີນ.
        ກ່າວຄໍາເຫັນຕໍ່ວົງການສື່ມວນຊົນຢູ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ອາເມລິກາ ຍັງຄົງຈະສືບຕໍ່ຈໍາກັດການດໍາເນີນທຸລະກິດກັບກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຂອງ ຈີນ.
        ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກພວມປະເຊີນໜ້າກັບການຂັດແຍ້ງກັນດ້ານການຄ້າ ເມື່ອຈັດວາງບັນດາມາດຕະການທາງດ້ານພາສີອາກອນຢ່າງລຽນຕິດເພື່ອໂຕ້ຕອບກັນ ອັນໄດ້ເຮັດໃຫ້ບັນດາຕະຫຼາດການເງິນທົ່ວໂລກຖືກປັ່ນປ່ວນ ແລະ ກໍ່ຄວາມວິຕົກກັງວົນຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກ.
 (ແຫຼ່ງຄັດຈາກ VOV)
 

ອີ​ຣານ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ

ອີ​ຣານ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ

ວັນ​ທີ 18 ເມ​ສາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໃຫ້​ຮູ້​ວ່າ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ບໍ່​ປະ​ນິ​ປະ​ນອມ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ ວໍ​ຊິງ​ຕັນ.

Top