• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການ

      ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ສ.ເບລາຣຸດ Alexander Lukashenko, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາຈະຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການແຕ່ວັນທີ 26 ມິຖຸນາ - 01 ກໍລະກົດ 2017
 
ການຢ້ຽມຢາມ ແນໃສ່ປະກອບສ່ວນສືບຕໍ່ຜັນຂະຫຍາຍການຫັນແນວທາງການຕ່າງປະເທດຫັນເປັນຫລາຍຮູບຫລາຍແບບ, ຫລາຍຝ່າຍ, ປັບປຸງ ແລະ ເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ. ໃນການຢ້ຽມຢາມ, ບັນດາຝ່າຍຈະພ້ອມກັນປຶກສາຫາລື, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍໃນໄລຍະຜ່ານມາ; ແລກປ່ຽນທິດທາງ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຢືນຢັນສືບຕໍ່ສົມທົບກັນດຳເນີນງານ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top