• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບສະມາຊິກສະພາສູງອາເມລິກາJohn McCain

      ຕອນບ່າຍວັນທີ 1 ມີຖຸນາ, ຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດເຈີນດ້າຍກວາງໄດ້ຕ້ອນຮັບສະມາຊິກສະພາສູງ ອາເມລິກາ John McCain ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບສະມາຊິກສະພາສູງອາເມລິກາJohn McCain
      ທີ່ການຕ້ອນຮັບ, ທ່ານປະທານປະເທດ ຢືນຢັນ: ຫວຽດນາມ ຖືອາເມລິກາ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວຫນ້າ, ພ້ອມແລ້ວ ແລະ ປາດຖະຫນາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບລະບອບການເມືອງຂອງກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ. ທ່ານປະທານປະເທດ ສະເຫນີ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະຫນັບສະຫນູນເລື່ອງຍົກເລີກລາຍການກວດກາປາຫນັງຂອງກະຊວງກະສິກຳ ແລະ ສືບຕໍ່ຫນູນຊ່ວຍຫວຽດນາມ ສຳເລັດການລ້າງທາດພິດຢູ່ສະຫນາມບິນ ດາຫນັງ ແລະ ຜັນຂະຫຍາຍການລ້າງພິດຢູ່ສະຫນາມບິນ ບຽນຮ່ວາ. ສ່ວນທ່ານ John McCain ສະຫນັບສະຫນູນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ມີຄວາມເຊື່ອໝັ້ນວ່າ ການຮ່ວມມື ລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນທຸກຂົງເຂດຈະນັບມື້ນັບປະສົບຜົນສຳເລັດ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top