• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບກຳລັງປະກອບອາວຸດຢູ່ນະຄອນໂຮ່ຈິມີນ

ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ ​ທະ​ຫານ​ເຂດ
       ​​ຕອນ​ບ່າຍ​ວັນ​ທີ 23/1, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ ​ທະ​ຫານ​ເຂດ 7  ແລະ ຕຳ​ຫລວດ​ນະ​ຄອນ​ໂຮ່​ຈິ​ມີນ. ທະ​ຫານ​ເຂດ 7 ແມ່ນ​ບໍ​ລິ​ເວນ​ຍຸດ​ທະ​ສາດ​ສຳ​ຄັນ, ເຂດ​ເສດ​ຖະ​ກິດຈຸດ​ສຸມ​ທາງ​ພາກ​ໃຕ້ກັບ​ນະ​ຄອນ​ໂຮ່​ຈິ​ມີນ ແລະ 8 ແຂວງ​ມີເສັ້ນ​ຊາຍ​ແດນ​ຍາວ​ຕິດ​ກັບ ກຳ​ປູ​ເຈຍ, ມີ​ເຂດ​ທະ​ເລ​ໝູ່​ເກາະ​ກວ້າງ​ໃຫຍ່. ເມື່ອ​ເຮັດ​ວຽກ​ກັບ​ ​ທະ​ຫານ​ເຂດ 7, ທ່ານ​ປະ​ທານ​ປະ​ເທດ​ຕີ​ລາ​ຄາ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ບັນ​ດາ​ວິ​ລະ​ກຳ, ຜົນ​ງານ​ຊື່ງ​ກຳ​ລັງ​ປະ​ກອບອາ​ວຸດ​ທະ​ຫານ​ເຂດ 7 ບັນ​ລຸ​ໄດ້. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ ປີ 2017, ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 7 ສຸມ​ໃສ່​ບາງ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ຕໍ່​ຫນ້າ​ຄື: ເພີ່ມ​ທະ​ວີ​ວຽກ​ງານ​ກຳ​ແຫນ້ນ ແລະ ຄາດ​ຄະ​ເນ​ສະ​ພາບ​ການ, ເປັນ​ຕົ້ນ​ຢູ່​ບັນ​ດາ​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ; ເອົາ​ໃຈ​ໃສ່​ກໍ່​ສ້າງ​ກຳ​ລັງ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ​ຮອບ​ດ້ານ, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປ່ຽນ​ໃຫມ່​ເນື້ອ​ໃນ​​ອົບ​ຮົມ, ປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ.
 (ແຫຼ່ງຄັດຈາກVOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top