• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງຈົດໝາຍລະດົມກຳລັງໃຈບັນດາແຫຼ່ງກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງຢ້ຽມຢາມ, ລະດົມກຳລັງໃຈບັນດາແພດໝໍ ຢູ່ແນວໜ້າ
      ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ພັກ, ລັດ ໄດ້ເຊີດຊູ ແລະ ຕີລາຄາສູງທີ່ສຸດບັນດາການປະກອບສ່ວນ, ຄວາມເສຍສະຫຼະຊີວິດ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຂອງກຳລັງຢູ່ແນໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຖັນແຖວພະນັກງານການແພດ. ໃນໄລຍະຈະມາເຖິງ, ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ຕ້ອງກຳນົດວ່ານີ້ແມ່ນການຕໍ່ຕ້ານອັນຍາວນານ, ຍັງມີຄວາມລຳບາກກາກກຳນາໆປະການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ດ້ວຍຄວາມເຊື່ອໝັ້ນ, ຄວາມມານະພະຍາຍາມ, ຄວາມມານະອົດທົນ, ຄວາມຕັດສິນໃຈຢ່າງສູງມີການກະທຳຢ່າງຂ້ຽວຂາດ ກ່ວາ ພ້ອມກັບຫຼາຍມາດຕະການຢ່າງຄົບຊຸດ, ສັງລວມ, ຮອບດ້ານ, ພ້ອມກັບການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງ ປະຊາຊົນ, ວິສາຫະກິດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແນ່ນອນວ່າ ຫວຽດນາມ ຈະສາມາດຄວບຄຸ້ມໂລກລະບາດໂຄວິດ - 19 ໄດ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top