• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບ ວິທະຍາຄານປ້ອງກັນຊາດ

      ຕອນເຊົ້າວັນທີ 26 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກັບວິທະຍາຄານປ້ອງກັນຊາດ ເພື່ອແລກປ່ຽນ, ມອບໝາຍໜ້າທີ່ໃຫ້ແກ່ພະນັກງານ, ຄູອາຈານຂອງວິທະຍາຄານ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນຢູ່ວິທະຍາຄານ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ, ໃນໄລຍະຜ່ານມາ, ວິທະຍາຄານ ໄດ້ປະຕິບັດໜ້າທີ່ ເຊິ່ງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍໃຫ້ເປັນຢ່າງດີທີ່ສຸດ ແລະ ມີການປັບປຸງ, ປ່ຽນແປງໃໝ່ວິທີການບຳລຸງສ້າງຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ວິທະຍາຄານຕ້ອງສືບຕໍ່ກຳແໜ້ນທາດແທ້ຂອງບັນດາບັນຫາທີ່ກ່ຽວຂ້ອງ, ສືບຕໍ່ມີວິທີການຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ.
        ເນື່ອງໃນໂອກາດກະກຽມເຫດການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 76 ປີ ແລະ ວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 31 ປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນມາຍັງພະນັກງານ, ຄູອາຈານ ວິທະຍາຄານ ແລະ ຢັ້ງຢືນວ່າ ພັກ, ລັດ ແລະ ກອງທັບ ຫວຽດນາມ ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ ເພື່ອແນປຸກລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ ເພື່ອນຳປະເທດ ຫວຽດນາມ ພັດທະຍາຢ່າງວ່ອງໄວ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top