• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ອວຍພອນໄຊຊະນະຂອງພັກແຮງງານ ແລະ ນາຍົກລັດຖະມົນຕີ ນິວຊີແລນ

ເນື່ອງໃນໂອກາດພັກແຮງງານ ນິວຊີແລນ ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນວັນທີ 17 ຕຸລາ 2020, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນມາຍັງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ    Jacinda Ardern (ພາບປະກອບ / vietnamnet.vn)

ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ອວຍພອນໄຊຊະນະຂອງພັກແຮງງານ ແລະ ທ່ານນາງນາຍົກລັດຖະມົນຕີ Jacinda Ardern. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບັນດາຜົນສຳເລັດຂອງພັກແຮງງານ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ ໃນການພັດທະນາເສດຖະກິດ, ສັງຄົມ, ຮັບມືກັບວິກິດການ ແລະ ໂລກລະບາດໂຄວິດ-19 ໃນອາຍຸການຜ່ານມາ; ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ລັດຖະບານ ນິວຊີແລນ, ພາຍໃຕ້ການຊີ້ນຳນຳພາຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະບັນລຸໄດ້ຜົນງານໃໝ່ຫລາຍຢ່າງ.
(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top