• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມກະໂດດຂັ້ນທາງຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທົ່ວປະເທດ, ພິເສດແມ່ນຖັນແຖວແພດໝໍ, ພະນັກງານຂະແໜງສາທາລະນະສຸກໃນການປ້ອງກັນ, ຄວບຄຸມໂລກລະບາດ Covid-19.

ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ (27/02), ຕອນເຊົ້າວັນທີ 27 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ເຊີດຊູບັນດາແພດໝໍ, ພະນັກງານຂະແໜງສາທາລະນະສຸກ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ເຊີດຊູປັນຍາຊົນດີເດັ່ນທີ່ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.

        ຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມກະໂດດຂັ້ນທາງຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທົ່ວປະເທດ, ພິເສດແມ່ນຖັນແຖວແພດໝໍ, ພະນັກງານຂະແໜງສາທາລະນະສຸກໃນການປ້ອງກັນ, ຄວບຄຸມໂລກລະບາດ Covid-19, ປະກອບສ່ວນສຳຄັນສ້າງຄວາມເຊື່ອໝັ້ນ, ຄວາມອຸ່ນອ່ຽນໃຈໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ຮູບພາບບັນດາພະນັກງານ, ແພດໝໍສຸດອົກສຸດໃຈປະຈຳການທັງເວັນແລະຄືນ, ປິ່ນປົວໃຫ້ຄົນເຈັບ ໃນການປະຕິບັດໜ້າທີ່ປິ່ນປົວ, ແຍກຕົວ, ປ້ອງກັນ, ຄວບຄຸມຄວາມສ່ຽງການແຜ່ລະບາດຂອງເຊື້ອ Covid-19 ໄດ້ເຮັດໃຫ້ຊາວ ຫວຽດນາມ ນັບຫລາຍລ້ານຄົນສະເທືອນໃຈ, ນັ້ນແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງຂະແໜງສາທາລະນະສຸກເວົ້າສະເພາະ, ປະຊາຊົນໃນທົ່ວປະເທດເວົ້າລວມ. ຖັນແຖວແພດໝໍ, ພາລະກອນການແພດນັ້ນ ແມ່ນບັນດານັກຮົບປະຈັນບານຢູ່ແນວຮົບໃນການປ້ອງກັນ, ຄວບຄຸມໂລກລະບາດ, ໄດ້ປະກອບສ່ວນສຳຄັນ, ສ້າງບັນດາໝາກຜົນທີ່ເປັນໜ້າຊື່ນຊົມ ເຊິ່ງບັນດາປະເທດທີ່ມີພື້ນຖານສາທາລະນະສຸກພັດທະນາກໍ່ຍັງບັນລຸໄດ້ເທື່ອ.

        ທີ່ພິທີ, ທ່ານນາຍົກລັດຖະມົນຕີກໍ່ໄດ້ສະແດງຄວາມຮູ້ບຸນຄຸນ, ເຊີດຊູບັນດານັກປັນຍາຊົນ, ສາດສະດາຈານ, ທ່ານໝໍອາວຸໂສ, ບັນດານັກວິລະຊົນແຮງງານ, ນັກວິລະຊົນກຳລັງປະກອບອາວຸດຂອງຂະແໜງສາທາລະນະສຸກທົ່ວປະເທດ, ໃນນັ້ນມີມະຫາວິທະຍາໄລແພດສາດ ຮ່າໂນ້ຍ ລຸ້ນຕ່າງໆ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top