• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາສະມາຊິກສະພາແຫ່ງຊາດເພດຍິງ

ຕອນບ່າຍວັນທີ 20 ພະຈິກ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບບັນດາການນໍາ ແລະ ສະມາຊິກສະພາແຫ່ງຊາດເພດຍິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາສະມາຊິກສະພາແຫ່ງຊາດເພດຍິງ (ພາບ: TTXVN)

ເຂົ້າຮ່ວມການພົບປະມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ; ທ່ານນາງເຈືອງທິມາຍ ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດເພດຍິງ ຍາມໃດກໍສະໜັບສະໜູນລັດຖະບານ ປະຕິບັດບັນດາຍຸດທະສາດ, ມາດຕະການ, ວິທີການແກ້ໄຂລະອຽດ ເພື່ອພັດທະນາປະເທດຊາດ, ພິເສດແມ່ນສວມບົດບາດຢ່າງຕັ້ງໜ້າກວ່າໃນການປະຕິບັດກົດໝາຍສະບັບຕ່າງໆໃຫ້ມີປະສິດທິຜົນ; ເສີມຂະຫຍາຍບົດບາດສະເໜີນະໂຍບາຍ, ຕິດຕາມກວດກາການປະຕິບັດນະໂຍບາຍ ແລະ ກົດໝາຍ ກ່ຽວກັບບັນດາຂົງເຂດທີ່ເປັນແກ່ນສານຄື ສາທາລະນະສຸກ, ການສຶກສາ, ສິ່ງແວດລ້ອມ, ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນສິດຂອງແມ່່ຍິງ ແລະ ເດັກ. ສະເໜີຄໍາເຫັນກໍ່ສ້າງລະບົບຕິດຕາມ, ຕີລາຄາ, ກວດກາ, ສຸມໃສ່ບັນດາບັນຫາພົ້ນເດັ່ນທີ່ເກີດຂຶ້ນ ເຊິ່ງສັງຄົມມີຄວາມສົນໃຈ, ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພໃຫ້ແມ່່ຍິງ ແລະ ເດັກນ້ອຍ”.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top