• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເປີດສະຫຼອງການເຄື່ອນໄຫວຂອງກຸ່ມບໍລິສັດ T&T Group ຢູ່ ລັດເຊຍ

ຕອນບ່າຍວັນທີ 22 ພຶດສະພາ, ທີ່ນະຄອນ ມົດສະກູ, ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງການເຄື່ອນໄຫວຂອງບໍລິສັດ T&T ລັດເຊຍ ຈຳກັດ, ຂຶ້ນກັບກຸ່ມບໍລິສັດ T&T Group. 
ນີ້ແມ່ນເຫດການທີ່ມຸ່ງໄປເຖິງເປົ້າໝາຍນຳ T&T Group ກາຍເປັນກຸ່ມບໍລິສັດເຕີບໃຫຍ່ເຂັ້ມແຂງແຖວໜ້າ ຫວຽດນາມ (ນອນໃນ TOP5 ກຸ່ມບໍລິສັດເອກະຊົນໃຫຍ່ສຸດ ຫວຽດນາມ) ແລະ ມຸ່ງໄປເຖິງ TOP50 ວິສາຫະກິດແຖວໜ້າພາກພື້ນ ອາຊີ. ທີ່ພິທີ ກຸ່ມບໍລິສັດ T&T Group ໄດ້ເຊັນບົດບັນທຶກຊ່ວຍຈຳກັບບາງຄູ່ຮ່ວມມືຢູ່ ລັດເຊຍ.
 
ພິທີເປີດສະຫຼອງການເຄື່ອນໄຫວຂອງກຸ່ມບໍລິສັດ T&T Group ຢູ່ ລັດເຊຍ

 
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top