• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບການນໍາບັນດາກຸ່ມບໍລິສັດຂະໜາດໃຫຍ່ ຢູ່ ແຂວງເງະອານ

      ກົດໝາຍຫວຽດນາມ ຍາມໃດກໍປົກປ້ອງສິດຊັບສົມບັດ, ສິດພົນລະເມືອງ, ນັກລົງທຶນ ແລະ ຖືບັນດາພາກສ່ວນເສດຖະກິດເປັນສໍາຄັນ, ໃນນັ້ນ ຖືເສດຖະກິດພາກເອກະຊົນ ແມ່ນກໍາລັງໜູນສໍາຄັນຂອງການພັດທະນາ. 
            ເນື່ອງໃນໂອກາດເຂົ້າຮ່ວມການພົບປະບັນດານັກລົງທຶນ ຍາມຕົ້ນລະດູບານໃໝ່ ປີກຸນ 2019 ຕອນເຊົ້າວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບການນໍາບັນດາກຸ່ມບໍລິສັດແຖວໜ້າຂອງປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ການນໍາບັນດາວິສາຫະກິດ ຖ່າຍຮູບເປັນທີ່ລະນຶກ (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ກົດໝາຍຫວຽດນາມ ຍາມໃດກໍປົກປ້ອງສິດຊັບສົມບັດ, ສິດພົນລະເມືອງ, ນັກລົງທຶນ ແລະ ຖືບັນດາພາກສ່ວນເສດຖະກິດເປັນສໍາຄັນ, ໃນນັ້ນ ຖືເສດຖະກິດພາກເອກະຊົນ ແມ່ນກໍາລັງໜູນສໍາຄັນຂອງການພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່່າ ບັນດານັກລົງທຶນພາຍໃນປະເທດ ຈະເສີມຂະຫຍາຍນໍ້າໃຈຮັກຊາດ, ສືບຕໍ່ລົງທຶນຢູ່ ເງະອານ ແລະ ບັນດາທ້ອງຖິ່ນ ໃຫ້ຫຼາຍກວ່າອີກ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ຕາມນັ້ນແລ້ວ, ຄວນໝູນໃຊ້ເຕັກໂນໂລຢີຕ່າງໆທີ່ທັນສະໄໝຂອງການປະຕິວັດອຸດສາຫະກໍາ 4.0, ສ້າງບັນດາເຄື່ອງໝາຍການຄ້າໃຫຍ່ລະດັບຊາດ ແລະ ໂລກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານກຸ່ມບໍລິສັດ WHA (ພາບ: chinhphu.vn)
      ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບກຸ່ມບໍລິສັດໃຫຍ່ລະດັບໂລກ ທີ່ລົງທຶນເຂົ້າຫວຽດນາມ ຄື: ຜູ້ອໍານວຍການໃຫຍ່ບໍລິສັດ Misubishi Corporation; ຮອງປະທານຜູ້ປະຈໍາການບໍລິສັດໃຫຍ່ ຮ່ວມທຸລະກິດເຂດອຸດສາຫະກໍາ ຫວຽດນາມ - ສິງກະໂປ ແລະ ຮອງປະທານກຸ່່ມບໍລິສັດ WHA ຂອງໄທ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top