• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ: ສຸມໃສ່ການປ່ຽນແປງໃໝ່ກົນໄກການຕຸ້ມຄອງບໍລິຫານ ນັບແຕ່ງວດທີ 1

ໃນເດືອນມັງກອນ, ການສົ່ງອອກໃນທົ່ວປະເທດ ບັນລຸໄດ້ກວ່າ 2 ຕື້ໂດລາສະຫະລັດ ແຕ່ການນຳເຂົ້າແມ່ນ 20,8 ຕື້ໂດລາສະຫະລັດ ຍ້ອນຄວາມຕ້ອງການສິນຄ້າໃນທ້າຍປີແມ່ນສູງທີ່ສຸດ. 

ຕອນເຊົ້າວັນທີ 31 ມັງກອນ, ລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມນັດສາມັນຂື້ນເພື່ອແນໃສ່ຕີລາຄາສະພາບການເສດຖະກິດ ສັງຄົມ ເດືອນມັງກອນ ແລະ ກວດກາການກະກຽມບຸນເຕັດ ປີກຸນ ໃຫ້ແກ່ປະຊາຊົນ. ກ່າວຄຳເຫັນເລີ່ມຕົ້ນການປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ສະແດງຄວາມປິຕິຊົມຊື່ນຕໍ່ບັນຍາກາດອັນຟົດຟື້ນມ່ວນຊື່ນ ກະກຽມຕ້ອນຮັບບຸນເຕັດ ປີກຸນ 2019 ຂອງປະຊາຊົນໃນທົ່ວປະເທດ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນຊີ້ນໍາກອງປະຊຸມ (ພາບ: TTXVN)

ຕີລາຄາກ່ຽວກັບສະພາບການເສດຖະກິດ, ສັງຄົມ ຂອງປະເທດໃນເດືອນມັງກອນ ທ່ານນາຍົກລັດຖະມົນຕີ ຖືວ່າ ຍັງຄົງສືບຕໍ່ມີທ່າອ່ຽງທີ່ດີຂອງປີ 2018 CPI ເພີ່ມຂຶ້ນ 0,1%, ອັດຕາແລກປ່ຽນ, ດອກເບ້ຍຄົງທີ່. ໃນເດືອນຜ່ານມາ, ທະນາຄານແຫ່ງລັດ ໄດ້ຊື້ເງິນຕາຕ່າງປະເທດແຮໄວ້ ໄດ້ກວ່າ  4 ຕື້ໂດລາສະຫະລັດ. ວຽກງານດຶງດູດ FDI ຍັງຄົງພັດທະນາເປັນຢ່າງດີ. ເງິນລົງທຶນຈາກງົບປະມານລັດ ເພີ່ມຂື້ນ 8,5% , ບັນລຸ 5,56% ຂອງແຜນການປີ 2019.

ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ:  ໃນເດືອນມັງກອນ, ການສົ່ງອອກໃນທົ່ວປະເທດ ບັນລຸໄດ້ກວ່າ 2 ຕື້ໂດລາສະຫະລັດ ແຕ່ການນຳເຂົ້າແມ່ນ 20,8 ຕື້ໂດລາສະຫະລັດ ຍ້ອນຄວາມຕ້ອງການສິນຄ້າໃນທ້າຍປີແມ່ນສູງທີ່ສຸດ. ສະນັ້ນ, ເລີ່ມແຕ່ເດືອນມັງກອນກໍມີປະກົດການນຳເຂົ້າເກີນດຸນແລ້ວ. ບັນດາຂົງເຂດວັດທະນະທຳສັງຄົມ, ສະພາບແວດລ້ອມ ໄດ້ມີການຮັບປະກັນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີໃຫ້ບັນດາສະມາຊິກລັດຖະບານ ສຸມໃສ່ການປ່ຽນແປງໃໝ່ໃນວຽກງານບໍລິຫານ ແລະ ຄຸ້ມຄອງ;  ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງຕິດຕາມສະພາບລາຄາສິນຄ້າໃນທ້ອງຕະຫຼາດຢ່າງໃກ້ຊິດ ເພື່ອມີມາດຕະການຄຸ້ມຄອງ ບໍລິຫານທີ່ເໝາະສົມ. ມານະພະຍາຍາມຮັບປະກັນໃຫ້ບຸນເຕັດ ມີຄວາມສະຫງົບປອດໄພ ແລະ ອົບອຸ່ນໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ບຸນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ ປີ 2026

ໄຂ​ງານ​ບຸນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ ປີ 2026

ຕອນ​ບ່າຍ​ວັນ​ທີ 19 ມິ​ຖຸ​ນາ, ພິ​ທີ​ໄຂ​ງານ​ບຸນ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ປີ 2026 ຖືກ​ດຳ​ເນີນ​ຢູ່​ຫໍ​ປະ​ຊຸມ - ການ​ສະ​ແດງ​ນະ​ຄອນ ຫາຍ​ຟ່ອງ. ເຫດ​ການ​ດັ່ງ​ກ່າວ​ໂດຍ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ສົມ​ທົບ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ ຫາຍ​ຟ່ອງ ຈັດ​ຂຶ້ນ ແຕ່​ວັນ​ທີ 19 – 21 ມິ​ຖຸ​ນາ 2026, ແນ​ໃສ່​ສະເຫຼີມ​ສະຫຼອງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 101 ປີ (21/6/1925 - 21/6/2026).

Top