• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະໄດ້ເຂົ້າຮ່ວມວາລະກອງປະຊຸມຄົບຄະນະ ກ່ຽວກັບການເພີ່ມທະວີການເຊື່ອມຈອດ ອາຊຽນ - ອົດສະຕາລີ, ຄູ່ຮ່ວມມື ເສດຖະກິດອາຊຽນ - ອົດສະຕາລີ ແລະ ການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ - ອົດສະຕາລີ
 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ     
ທີ່ ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ
 

ຕອນບ່າຍວັນທີ 17 ມີນາ (ຕາມເວລາທ້ອງຖິ່ນ). ທີ່ນະຄອນຫຼວງ Sydney, ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcolm Turnbull ເປັນປະທານພິທີຕ້ອນຮັບບັນດາທ່ານຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໄດ້ເຊີນບັນດາຫົວໜ້າຄະນະເຂົ້າຮ່ວມງານລ້ຽງຕ້ອນຮັບ ລາຍການກອງທຶນສຶກສາ  Colombo ໃໝ່; ເຂົ້າຮ່ວມພິທີລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຕ້ານການກໍ່ການຮ້າຍລະຫວ່າງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ແລະ ລັດຖະບານອົດສະຕາລີ.

        ຕາມແຜນການແລ້ວ, ວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະໄດ້ເຂົ້າຮ່ວມວາລະກອງປະຊຸມຄົບຄະນະ ກ່ຽວກັບການເພີ່ມທະວີການເຊື່ອມຈອດ ອາຊຽນ - ອົດສະຕາລີ, ຄູ່ຮ່ວມມື ເສດຖະກິດອາຊຽນ - ອົດສະຕາລີ ແລະ ການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ - ອົດສະຕາລີ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຈະມີຄຳກ່າວປາໄສສຳຄັນ ກ່ຽວກັບບັນດາເນື້ອໃນຫຼັກຂອງກອງປະຊຸມດັ່ງກ່າວ, ໃນນັ້ນ ກໍໄດ້ສະເໜີທັດສະນະ ແລະ ບາງຂໍ້ສະເໜີ ເພື່ອປະກອບເຂົ້າໃນຜົນສຳເລັດຂອງກອງປະຊຸມ.

        ຢູ່ນອກກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ, ຕອນເຊົ້າວັນທີ 17 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ. ເພື່ອຜັນຂະຫຍາຍຜົນສຳເລັດຂອງແຜນການຮ່ວມມື ລະຫວ່າງ ຫວຽດນາມ - ລາວ ປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຝ່າຍລາວຊຸກຍູ້ການຫັນບັນດາລະບຽບການເປັນງ່າຍດາຍ, ຫຼຸດຜ່ອນຄ່າທຳນຽມອອກບັດອະນຸຍາດແຮງງານ, ວີຊາ, ບັດອະນຸຍາດພັກເຊົ່າໃຫ້ແກ່ແຮງງານຫວຽດນາມຢູ່ລາວ, ໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງບັນດາສະມາຄົມຊາວຫວຽດນາມຢູ່ບັນດາແຂວງຂອງລາວ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດດ ເຫັນດີ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ  ແລະ ບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ ເພື່ອພ້ອມກັນສ້າງ ແລະ ຜັນຂະຫຍາຍບັນດາແຜນການຮ່ວມມືດ້ານເສດຖະກິດຢູ່ພາກພື້ນນີ້ໃຫ້ມີປະສິດທິຜົນ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Pete Peterson ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ, ເຊິ່ງເປັນນັກການທູດທີ່ມີຄວາມສະໜິດຕິດພັນກັບວິວັດການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top