• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ45ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ

      ຕອນເຊົ້າວັນທີ 21 ທັນວາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫລີມສະຫລອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 28 ປີແຫ່ງວັນທົ່ວປວງຊົນທຳການຕໍ່ຕ້ານ ແລະ 45 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ -ດ້ຽນບຽນຝູທາງອາກາດ” ຂອງເຫຼົ່າທັບປ້ອງກັນອາດກາ - ກອງທັບອາກາດ.

ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ເຫຼົ່າທັບປ້ອງກັນອາດກາ - ກອງທັບອາກາດ
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ໃນສົງຄາມຕໍ່ຕ້ານຕ້ານອາເມລິກາກູ້ຊາດ, ເຫລົ່າທັບປ້ອງກັນອາກາດ-ກອງທັບອາກາດ ແມ່ນກຳລັງຫລັກແຫລ່ງ ປະກອບສ່ວນຕີຊະນະສົງຄາມສອງຄັ້ງທຳລາຍພາກເຫນືອດ້ວຍກອງທັບອາກາດຂອງຈັກກະພັດ ອາເມລິກາ, ປະກອບສ່ວນສຳຄັນເຮັດໃຫ້ການຕໍ່ສູ້ຍາດເອົາໄຊຊະນະສຸດທ້າຍ, ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.
      ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງປ້ອງກັນປະເທດ ແລະ ເຫຼົ່າທັບປ້ອງກັນອາກາດ ຄວນເອົາໃຈໃສ່ເປັນພິເສດການຊີ້ນຳນຳພາ, ການຈັດຕັ້ງກໍ່ສ້າງເພື່ອໃຫ້ກຳລັງປ້ອງກັນອາກາດ - ກອງທັບອາກາດ ເສີມຂະຫຍາຍບົດບາດທີ່ຕັ້ງຢ່າງສູງສຸດໃນການປະຕິບັດຫນ້າທີ່ກຽມພ້ອມສູ້ຮົບ ແລະ ຕໍ່ສູ້ປົກປັກຮັກສາປະເທດຊາດ.
        “ເພື່ອເຮັດໄດ້ສິ່ງນັ້ນ ຕ້ອງເອົາໃຈໃສ່ກໍ່ສ້າງກຳລັງໃຫ້ເຂັ້ມແຂງ ນັບທັງມະນຸດ ແລະ ອາວຸດ, ປະກອບສຳພາລະ, ໃນນັ້ນ ຖືເອົາເລື່ອງກໍ່ສ້າງມະນຸດເປັນໃຈກາງ- ແມ່ນປັດໄຈຕັດສິນໄຊຊະນະຫນ້າທີ່ປົກປັກຮັກສາປະເທດຊາດ. ຖືເອົາການກໍ່ສ້າງການເມືອງເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ, ຮັບປະກັນໃຫ້ທົ່ວເຫລົ່າທັບແມ່ນກຸ່ມເອກະພາບກ່ຽວກັບເຈດຈຳນົງ ແລະ ການກະທຳ, ຈົ່ງຮັກພັກດີຕໍ່ປະເທດຊາດ, ກັບພັກ ແລະ ປະຊາຊົນ, ກັບລະບອບສັງຄົມນິຍົມ.”
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top