ຕອນເຊົ້າວັນທີ 29 ກັນຍາ, ຢູ່ສຳນັກງານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ, ຟ້າມບີງມິງ, ເວືອງດີງເຫວ້, ຈິ້ງດີງຢຸງ, ຫວູດຶກດາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ຮ່າໂນ້ຍ
ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ຮ່າໂນ້ຍ. ກ່າວຄຳເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີໄດ້ເຮັດວຽກກັບ ຮ່າໂນ້ຍ ຢ່າງຄົບໜ້າ. ທ່ານນາຍົກລັດຖະມົນຕີ ຕີລາຄານະຄອນໄດ້ມີການຫັນປ່ຽນເປັນຢ່າງດີ, ໂດຍພື້ນຖານ, ເປັນຕົ້ນແມ່ນພາຍຫລັງ 2 ປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງນະຄອນ, ຮ່າໂນ້ຍ ບໍ່ພຽງແຕ່ມີສະຖຽນລະພາບເທົ່ານັ້ນ ຫາກຍັງພັດທະນາດ້ວຍຫລາຍຮູບແບບ, ວິທີປະຕິບັດເປັນຢ່າງດີອີກດ້ວຍ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີການນຳບັນດາກະຊວງ, ຂະແໜງການທີ່ການເຮັດວຽກນີ້ ຕ້ອງຊີ້ແຈ້ງທັດສະນະໃນການແກ້ໄຂບັນດາຂໍ້ສະເໜີແນະຂອງ ຮ່າໂນ້ຍ, ສ້າງເງື່ອນໄຂເພື່ອໃຫ້ ຮ່າໂນ້ຍ ພັດທະນາ ດ້ວຍເປົ້າໝາຍຮ່າໂນ້ຍ ເພື່ອທົ່ວປະເທດ, ທົ່ວປະເທດ ເພື່ອຮ່າໂນ້ຍ.
ແລະກໍ່ໃນການເຮັດວຽກ, ນະຄອນ ຮ່າໂນ້ຍ ສະເໜີຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ, ບັນດາກະຊວງ, ຂະແໜງການກ່ຽວກັບ 20 ບັນຫາຕ້ອງໄດ້ຮັບການແກ້ໄຂ.
ແລະກໍ່ໃນການເຮັດວຽກ, ນະຄອນ ຮ່າໂນ້ຍ ສະເໜີຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ, ບັນດາກະຊວງ, ຂະແໜງການກ່ຽວກັບ 20 ບັນຫາຕ້ອງໄດ້ຮັບການແກ້ໄຂ.
(ແຫຼ່ງຄັດຈາກ VOV)