• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ

      ຕອນບ່າຍວັນທີ 12 ກັນຍາ ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ເອກອັກຄະລັດຖະທູດ ຍີ່ປຸນ ປະຈຳຫວຽດນາມ Kuinio Umeda. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດ ຍີ່ປຸນ ປະຈຳ ຫວຽດນາມ Kuinio Umeda.
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ, ຫັນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃຫ້ເປັນລະອຽດ. ນັບມື້ນັບມີຫລາຍນັກລົງທຶນຍີ່ປຸ່ນ ສົນໃຈເຖິງຕະຫລາດຫວຽດນາມ, ໃນນັ້ນ ມີບັນດາໂຄງການໃນຂົງເຂດທະນາຄານ, ພື້ນຖານໂຄງລ່າງ, ນຳມເຊິ່ງຜົນປະໂຫຍດໃຫ້ວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການສົມທົບຂອງສະຖານທູດ ຍີ່ປຸນ ແລະ ທ່ານເອກອັກຄະລັດຖະທູດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ.
      ສ່ວນທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ໃຫ້ຮູ້ວ່າ: ມີຫລາຍນັກລົງທຶນຍີ່ປຸ່ນ ສົນໃຈຢາກລົງທຶນຢູ່ຫວຽດນາມ ແລະ ສະເຫນີ ບັນດາອົງການກ່ຽວຂອງສອງປະເທດ ສືບຕໍ່ສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top