• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເປັນໄຂກອງປະຊຸມອະນາຄົດອາຊີຄັ້ງທີ 23

      ຕອນເຊົ້າວັນທີ 5 ມີຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວປາໄສໄຂກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ຊື່ງຈັດຂຶ້ນຢູ່ ນະຄອນຫລວງ ໂຕກຽວ ຂອງຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ
      ເຂົ້າຮ່ວມກອງປະຊຸມ ມີການນຳຂັ້ນສູງ ແລະ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຂອງຫລາຍປະເທດ ອາຊີ, ບັນດາຜູ້ແທນມາຈາກບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ໂລກາພິວັດ ແມ່ນ ທ່າອ່ຽງ ແລະ ບໍ່ພຽງແຕ່ແມ່ນວິວັດການເສດຖະກິດເທົ່ານັ້ນ ຫາກສ່ອງແສງໃຫ້ເຫັນບັນດາຄວາມມຸ່ງຫວັງທີ່ຍາວໄກ, ຄວາມຜາສຸກ ແລະ ສິ່ງທົດສອບຂອງມະນຸດ. ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນບົດບາດກຳລັງຫນູນການເຕີບໂຕຫລັກແຫລ່ງຂອງ ອາຊີ ສຳລັບວິວັດການໂລກາພິວັດ, ບັນດາສິ່ງທ້າທາຍໃຫຍ່ ຊື່ງ ອາຊີ ພວມປະເຊີນຫນ້າ ແລ ະສະເຫນີ 3 ໝວດມາດຕະການ. ທ່ານນາຍົກລັດຖົນມຕີ ກໍ່ແບ່ງປັນບັນດາຜົນງານຊື່ງຫວຽດນາ ບັນລຸໄດ້ໃນ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ຢືນຢັນ ຄວາມຕັດສິນໃຈສ້າງລັດຖະບານສ້າງສັນພັດທະນາ, ສຸດຈິດສຸດໃຈຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top