• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າ NASDAQ ສືບຕໍ່ເປິດກ້ວາງການຮ່ວມມືກັບວິສາຫະກິດ ຫວຽດນາມ

      ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ພຶດສະພາ, ຕາມເວລາ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Robert H.McCooey Jr, ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ, ອາເມລິກາ. 
ການຕ້ອນຮັບ ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ, ອາເມລິກາ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ປາດຖະໜາວ່າ ໝາກຜົນແຫ່ງການຮ່ວມມືນີ້ຈະນຳມາເຊິ່ງຜົນສຳເລັດໃຫ້ແກ່ 2 ຝ່າຍ, ພ້ອມກັນນັ້ນກໍ່ປະກອບສ່ວນຊຸກຍູ້ປະສິດທິຜົນແຫ່ງການຮ່ວມມືເສດຖະກິດ ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາວ່າ ນັບມື້ນັບມີວິສາຫະກິດ ອາເມລິກາ ຫຼາຍແຫ່ງມາລົງທຶນຜັນຂະຫຍາຍບັນດາໂຄງການຢູ່ ຫວຽດນາມ ແລະ ກົງກັນຂ້າມ, ນັ້ບມື້ນັບມີຫຼາຍວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄປລົງທຶນ, ທຳມາຫາກິນຢູ່ຕະຫຼາດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ ແລະ ຜົນສະທ້ອນຂອງຕົນ, NASDAQ ສືບຕໍ່ເປີດກ້ວາງການຮ່ວມມື ແລະ ໜູນຊ່ວຍຢ່າງແຮງໃຫ້ບັນດາວິສາຫະກິດອື່ນຂອງ ຫວຽດນາມ ທີ່ປະສົບຜົນສຳເລັດໃນຕະຫຼາດຫຼັກຊັບ NASDAQ. ສ່ວນທ່ານ Robert H.McCooey Jr, ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ແລະ ສືບຕໍ່ໄດ້ຮັບການໜູນຊ່ວຍຂອງ ນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top