• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC

      ກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ (MRT) ຄັ້ງທີ 23 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 20/5, ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາ ລັດຖະມົນຕີຮັບຜິດຊອບດ້ານການຄ້າ ຂອງ 21 ພື້ນຖານເສດຖະກິດສະມາຊິກ, ພ້ອມກັບເຈົ້າໜ້າທີ່ອາວຸໂສ APEC. 
      
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC
      ກ່າວຄວາມເຫັນທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ APEC ມີຫຼາຍຮູບຫຼາຍແບບກ່ຽວກັບລະດັບພັດທະນາເສດຖະກິດ ກໍ່ຄືຄວາມແຕກຕ່າງກັນດ້ານວັດທະນະທຳ, ລະບອບການເມືອງ, ນະໂຍບາຍພັດທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:
        “APEC ຄວນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຕັກນິກ, ແບ່ງປັນຂໍ້ມູນ, ບົດຮຽນໃນການກຳນົດນະໂຍບາຍ ແລະ ຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມື ເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ສ້າງລັກສະນະພິເສດສະເພາະທີ່ພົ້ນເດັ່ນຂອງການຮ່ວມມື APEC  ເມື່ອທຽບໃສ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສອື່ນໆໃນພາກພື້ນ ແລະ ຢູ່ໃນໂລກ. ພ້ອມກັນນັ້ນ, ພວກເຮົາກໍ່ເປີດກວ້າງການຮ່ວມມືກັບບັນດາປະເທດ, ບັນດາພາກພື້ນອື່ນໆຢູ່ໃນໂລກເພື່ອພ້ອມກັນເຊື່ອມຕໍ່, ພ້ອມກັນພັດທະນາ“.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມຈະມີບັນດາວາລະປຶກສາຫາລືຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ຮັບຮອງເອົາບັນດາຂໍ້ລິເລີ່ມເພື່ອລາຍງານຕໍ່ກອງປະຊຸມຂັ້ນສູງ APEC ໃນເດືອນ 11/2017, ແນໃສ່ມຸ່ງ APEC ເຖິງອະນາຄົດທີ່ສົດໃສ, ຈົບງາມກວ່າໃຫ້ແກ່ທຸກຄົນໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top