• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກອອກ 7 ມາດຕະການປະຕິບັດຄວາມສະເຫມີພາບລະຫວ່າງຍິງຊາຍຢູ່ຫວຽດນາມ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ແລະ​ບັນ​ດາ​ຜູ້​ແທນ​ໄດັ​ຮັບ
ລາງວັນ Kovalevskaia ປີ 2016
      ​ໃນ​ລາຍ​ການ​ຄວາ​ມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ແມ່​ຍິງ​ຫວຽດ​ນາມ ແລະ ມອບ​ລາງວັນ Kovalevskaia ປີ 2016 ໂດຍ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕ​ອນ​ຄ່ຳ​ວັນ​ທີ 7/3 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 107 ປີ ແຫ່ງວັນ​ແມ່​ຍິງ​ສາ​ກົນ 8/3 ແລະ ສະ​ເຫລີມ​ສະ​ຫລອງ 1977 ປີ​ແຫ່ງວັນ​ລຸກ​ຮື້​ຂຶ້ນ​ຂອງ​ 2 ພະ​ນາງຈືງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ​ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ຄັ້ງ​ທຳ​ອິດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ບັນ​ດາ​ຜູ້​ແທນ​ແມ່ນ​ແມ່ຍິງ.  ເປີດ​ສາກ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ເຖິງ​ບັນ​ດາ​ແມ່​ຍິງ​ໃນ​ທົ່ວ​ປະ​ເທດ​ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ 8/3 ແລະ ເຫດ​ການ​ສຳ​ຄັນ​ນັ້ນ​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/3. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອວຍ​ພອນ ແມ່​ຍິງ​ດີ​ເດັ່ນ 100 ຄົນ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ, ບັນ​ດາ​ໝູ່​ຄ​ະ​ນະ, ສ່ວນ​ບຸກ​ຄົນ​ໄດ້​ຮັບ​ລາງວັນ Kovalevskaia. ນີ້​ແມ່ນ​ບັນ​ດາ​ແມ່​ຍິງ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ພູມ​ປັນ​ຍາ​ຕາງ​ຫນ້າ​ໃຫ້​ແມ່​ຍິງ​ຫວຽດ​ນາມ.
ເມື່ອ​ຕອບ​ຄຳ​ຖາມຂອງ​ບັນ​ດາ​ຜູ້​ແທນ​ຍິງ​ກ່ຽວ​ກັບ​ເປົ້າ​ໝາຍ​ຄວາມ​ສະ​ເຫມີ​ພາ​ບ​ລະ​ຫວ່າງ ຍິງ​ຊາຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ດ້ວຍ​ຈິດ​ໃຈ​ແມ່ນ​ລັດ​ຖະ​ບານ​ສ້າງ​ສັນ, ກະ​ທຳ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ມີ​ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລ​ຸ​ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ ຍິງ​ຊາຍ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ວິ​ວັດ​ການ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030.
      ເພື່ອ​ປະ​ຕິ​ບັດ​ລາຍ​ການນີ້ ຕ້ອງ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ຕ້ອງ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ. ຕ້ອງ​ມີ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ສືບ​ຕໍ່​ສ້າງ​ລະ​ບົບ​ກົດ​ໝາຍ​ຂອງ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ ເພື່​ອ​ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top