• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະການນຳ,ອະດີດການນຳແຂວງກວາງຫງາຍ


ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໃຫ້ການຕ້ອນຮັບ​
ຄະນະ​ການ​ນຳ, ອະດີດ​ການ​ນຳ​ແຂວງ​ກວາງ​ຫງາຍ

      ຕອນ​ບ່າຍ​ວັນ​ທີ 21/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໃຫ້ການຕ້ອນຮັບ​ຄະນະ​ການ​ນຳ, ອະດີດ​ການ​ນຳ​ແຂວງ​ກວາງ​ຫງາຍ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ການ​ນຳ, ປະຊາຊົນ​ແຂວງ ກວາງ​ຫງາຍ ຕ້ອງ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ໃຫ້​ແຂວງ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ. ທ່ານ​ຍັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ບັນດາ​ການ​ນຳ, ອະດີດ​ການ​ນຳ​ແຂວງ ກວາງ​ຫງາຍ, ສືບ​ຕໍ່​ມີ​ການ​ປະກອບສ່ວນ​ໃຫ້​ທ້ອງ​ຖີ່​ນ, ປະ​ເທດ​ຊາດຫຼາຍ​ກວ່າ​ອີກ; ພ້ອມ​ທັງ​ສະໜັບສະໜູນ, ​ໃຫ້​ຄຳ​ປຶກສາ, ​ເປັນ​ບ່ອນ​ອີງ​ຢ່າງ​ໝັ້ນຄົງ​ໃຫ້​ລຸ້ນຫຼັງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮຽກຮ້ອງ​ແຂວງ ກວາງ​ຫງາຍ ຕ້ອງ​ມີ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ກວາງ​ຫງາຍ; ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ໃນ​ແຂວງ; ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top