• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງພົນ 312

ທ່ານ​ ຫງວຽນຊວນ​ຟຸກ ​​ລົງ​ຢ້ຽມຢາມ, ກວດກາ​ວຽກ​ງານກຽມ​ພ້ອມ​
 ສູ້​ຮົບ​ຢູ່​ກອງ​ພົນ 312 - ກອງ​ພົນ​ໄຊຊະນະ, ກອງ​ບັນຊາ​ການກອງ​ພົນ​ໃຫຍ່ 1
       ຕອນ​ບ່າຍ​ວັນ​ທີ 24/01, ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ, ກວດກາ​ວຽກ​ງານກຽມ​ພ້ອມ​ ສູ້​ຮົບ​ຢູ່​ກອງ​ພົນ 312 - ກອງ​ພົນ​ໄຊຊະນະ, ກອງ​ບັນຊາ​ການກອງ​ພົນ​ໃຫຍ່ 1, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາກ​ອງພົນ​ໃຫຍ່​ຕົ້ນຕໍ​ທຳ​ອິດ​ຂອງ​ກອງ​ທັບ​ປະຊາຊົນ ຫວຽດນາມ.
        ທີ່​ການ​ພົບ​ປະສັງ​ສັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​​ເຖິງ​ມູນ​ເຊື້ອສະຫງ່າ​ລາສີ, ພິລາ​ອາດ​ຫານ​ໃນ​ການ​ສູ້​ຮົບ​ຂອງ​ກອງ​ພົນ 312 - ກອງ​ພົນ​ໄຊຊະນະ, ພິ​ເສດ​ແມ່ນ​ໃນບັ້ນ​ຮົບ​ປະຫວັດສາດ ດ້ຽນບຽນ​ຝູ ​ແລະ ບັ້ນ​ຮົບ ​ໂຮ່ຈີ​ມິນ. ​ເນັ້ນ​ໜັກ​ວ່າທີ່​ຕັ້ງ ​ແລະ ຖານ​ທີ່​ໝັ້ນຂອງ​ກອງ​ພົນ 312 ​ແມ່ນມີ​ຄວາມ​ສຳຄັນ​ທີ່​ສຸດ, ຢູ່​ປະຕູ​ນະຄອນຫລວງ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ພະນັກງານ, ນັກຮົບ​ກອງ​ພົນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຫວັດ​ສາດ​ອັນ​ສະຫງ່າ​ລາສີ, ​ເພີ່​ມທະວີ​ກຳລັງ​ສູ້​ຮົບ, ສ້າງ​ທ່າ​ປ້ອງ​ກັນ​ໃຫ້​ໝັ້ນຄົງ. ທ່ານ​ນາຍ​ົກ ລັດຖະມົນຕີສະ​ເໜີ​ກອງ​ພົນ​ໄຊຊະນະ​ເສີມ​ຂະຫຍາຍ​ຫຼັກການ​ລວມລຸ່ນປະຊາທິປະ​ໄຕ​ກ່ວາ​ອີກ, ປະຕິບັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການຝຶກ​ຊ້ອມ​ກຽມພ້ອມ​​ສູ້​ຮົບ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ປູກ​ຕົ້ນ​ໄມ້​ເປັນ​ທີ່​ລະ​ລຶກໃນ​ບໍລິ​ເວນ​ຂອງ​ກອງ​ພົນ.
 (ແຫຼ່ງຄັດຈາກVOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top