• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ເຮັດວຽກຢູ່ກົມໃຫຍ່ສືບລາຊະການລັບປ້ອງກັນປະເທດ


(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ຢ້ຽມ​ຢາມ,
ເຮັດ​ວຽ​ກ​ຢູ່ກົມ​ໃຫຍ່​​ສືບ​ລາ​ຊະ​ການ​ລັບ​ປ້ອງ​ກັ​ນ​ປະ​ເທດ)
      ຕອນ​ເຊົ້າ​ວັນ​ທີ 23/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ກຳ​ມະ​ການ​ຜູ້​ປະ​ຈຳ​ການຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ໄດ້​ລົງ​ຢ້ຽມ​ຢາມ, ລະ​ດົມ​ກ​ຳ​ລັງ​ໃຈ ແລະ ກວດກ​າ​ວຽກ​ງານ​ກຽມ​ພ້ອມ​ການ​ສູ້​ຮົບ​ຂອງກົມ​ໃຫຍ່​​ສືບ​ລາ​ຊະ​ການ​ລັບ​ປ້ອງ​ກັ​ນ​ປະ​ເທດ. ​ເມື່ອໂອ້​ລົມ​ກັບ​ໝູ່ນາຍ​ພົນ, ນາຍ​ທະ​ຫານ, ພະ​ນັກ​ງານ​ຫຼັກ​ແຫຼ່ງ​ຂອງກົມ​ໃຫຍ່​​ສືບ​ລາ​ຊະ​ການ​ລັບ​ປ້ອງ​ກັ​ນ​ປະ​ເທດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້​ນ​ໜັກ​ວ່າ, ຍາມ​ໃດພັກ, ລັດ ແລະ ກອງ​ທັບ ກໍ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈການ​ສືບ​ລາ​ຊະ​ການ​ລັບ​ປ້ອງ​ກັ​ນ​ປະ​ເທດ. ບົນ​ພື້ນ​ຖານນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ຂະ​ແໜງ​ສື​ບ​ລ​າ​ຊະ​ການ​ລັບ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ​, ຕັ້ງ​ໜ້າ​​ສ້າງແຜນ​ການ, ໜ້າ​ທີ່​​ໃຫ້ຕິດ​ແທດ​ກັບ​ຕົວ​ຈິງກວ່າ, ສູ້​ຊົນ​ສືບ​ຕໍ່​ສ້າງ​ບັນ​ດາ​ຜົນ​ງານ​ໃໝ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ ແລະ ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ຫຼາຍກວ່າ​ອີກ. ​ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ​ອົງ​ການສືບ​ລາ​ຊະ​ການ​ລັບ​ປ້ອງ​ກັນ​ປະ​ເທດ ຕ້ອງ​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ຢ່າງ​ແທ​້​ຈິງ ເຂົ້າ​ຮ່ວມ​ບັນ​ດາ​ຂົງ​ເຂ​ດ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ; ປະ​ຈັນ​ບານ, ນຳ​ໜ້າ​ໃນ​ການ​ຄົ້​ນ​ພົບ, ສະ​ກັດ​ກັ້ນ​ກົນ​ອຸ​ບາຍ​ຫວັງ​​ມ້າງ​ເພທ​ຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ຂົງ​ເຂດນີ້…
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top