• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະມາຄົມວິທະຍາສາດ ແລະ ຊ່ຽວຊານຫວຽດນາມຢູ່ຝະລັ່ງ


ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ຕ້ອນຮັບ​ ສາດສະດາຈານ ຫງວຽນ​ດຶກ​ເຄືອງ
 
      ຕອນ​ບ່າຍ​ວັນ​ທີ 19/08, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ສະມາຄົມ​ວິທະຍາສາດ ​ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ຝະລັ່ງ, ສາດສະດາຈານ ຫງວຽນ​ດຶກ​ເຄືອງ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີຊົ​ມ​ເຊີຍ​ສະມາຄົມ​ວິທະຍາສາດ ​ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ຝະລັ່ງ ​ແລະ ສາດສະດາຈານ ຫງວຽນ​ດຶກ​ເຄືອງ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເຄື່ອນ​ໄຫວຢ່າງ​ຕັ້ງໜ້າ, ​ເຕົ້າ​ໂຮມ​ໄດ້​ກຳ​ລັງ​ປັນຍາ​ຊົນ​​​ຊາວ ຫວຽດນາມ ຢູ່ ຝະລັ່ງ, ສ້າງ​ຕາໜ່າງໜູນ​ຊ່ວນ​ເຊິ່ງກັນ ​ແລະ ກັນ ​ແລະ ປະກອບສ່ວນ​​ໃຫ້​​ແກ່​ປະ​ເທດ​ຊາດ​ໃນ​ຫລາຍ​ຂົງ​ເຂດ, ນັບ​ແຕ່​ການ​ພັດທະນາ​ເສດຖະກິດ, ການ​ສຶກສາຕະຫລອດຮອດ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາ​ດຖະໜາ​ວ່າ: ສະມາຄົມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ​ເປີດ​ກ້ວາງ​ຕາໜ່າງຂອງ​ສະມາຄົມ​ໃຫ້​ແຂງ​ແຮງ​ກ່ວາ​ອີກ. ທ່ານ​ນາຍົກ​ລັດຖະມົນຕີ​ໃຫ້​ຮູ້​ວ່າ: ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະມາຄົມ​ເຮັດ​ວຽກກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ຈາ​ກນັ້ນ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງບັນດາ​ຂົງ​ເຂດ​ດັ່ງກ່າວ.
        ສ່ວນ​ທ່ານ​ສາດສະດາຈານ ຫງວຽນ​ດຶກ​ເຄືອງ ​ກໍ່ໃຫ້​ຮູ້​ວ່າ: ບັນດາ​ນັກວິທະຍາສາດ, ນັກ​ປັນຍາ​ຊົນ ​ແລະ ປະຊາ​ຄົມ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​​ໃດ​ກໍ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່ເປັນ​ຊາວ ຫວຽດນາມ ​ແລ​ະ ຍາມ​ໃດ​ກໍ່ປາດ​ຖະໜາ​ຢາກ​ອຸທິດ​ສ່ວນ​ໃຫ້ແກ່ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top