• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນນາມຕ້ອນຮັບອະດິດລັດຖະມົນຕີປະສານນະໂຍບາຍຫ້ອງວ່າການນາຍົກລັດຖະມົນຕີສ.ເກົາຫຼີ


ທ່ານ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບ 
ອະ​ດິດ​ລັດ​ຖະ​ມົນ​ຕີປະ​ສານ​ນະ​ໂຍ​ບາຍ​ຫ້ອ​ງ​ວ່າການນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ເກົາຫຼີ
(ພາບ: VGP/ກວາງຮຽວ)

 
      ທີ່​ການ​ຕ້ອນ​ຮັບ ອະ​ດິດ​ລັດ​ຖະ​ມົນ​ຕີປະ​ສານ​ນະ​ໂຍ​ບາຍ​ຫ້ອ​ງ​ວ່າການນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ເກົາຫຼີ ​ໃນຕອນ​ບ່າຍ ​ວັນ​ທີ 16/8, ຢູ່​ຮ່​າໂນ້ຍ, ທ່ານ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ຫວຽດ​ນ​າມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ ການທາບ​ທາມບົດ​ຮຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມືຢ່າງ​ແທ້​ຈິງ ກັບ​ ສ.ເກົາຫຼີ. ໃນ​ນັ້ນ, ຫວຽດ​ນາມ​ຕີ​ລາ​ຄາ​ສູງ​​ໂຄງ​ການ​ແບ່ງ​ປັນຄວາມ​ຮູ້ ​ໂດຍ ສ.ເກົາຫຼີ ໜູນ​ຊ່ວຍ ດ້ວຍ​ບັນ​ດາເນື້ອ​​ໃນ​ອຸ​ດົມ​ສົມ​ບູນ, ແທດ​ຈິງ ແລະ ຮີບ​ດ່ວນ​ສຳຫຼັບ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດຖະ​ມົນ​ຕີ​ ໃຫ້​ຮູ້​ວ່າ: ບັນ​ດາ​ອົງ​ການທີ່​ກ່ຽວ​ຂ້ອງ​ ຂອງ​ຫວຽດ​ນາມ ຈະ​​ທາບ​ທາມບົດ​ຮຽນ​ ຂອງ ສ.ເກົາຫຼີ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ການ​ວາງ​ນະ​ໂຍ​ບາຍ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ: ບັນ​ດາ​ອົງ​ການມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ ຂອງ​ສ​ອງ​ຝ່າຍ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື ເພ​ື່ອ​ຜັນ​ຂະ​ຫຍາຍ​​ໂຄງການ ໃຫ້ຢູ່​ລະ​ດັບ​ສູງ, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ຢືນ​ຢັນ​ວ່າ: ລັດ​ຖະ​ບານ ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້​ແກ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ ຂອງ​ຕ່າງ​ປະ​ເທດ, ໃນ​ນັ້ນ ​ມີ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ ​ຂອງ ສ​.ເກົາຫຼີ ​ເຂົ້າ​ມາລົງ​ທຶນ ແລະ ເປີດກວ້າງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ຢູ່​ຫວຽດ​ນາມ, ກໍ່​ຄື​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ການ​ຮ່ວມ​ມື​ ຫວຽດນາມ - ສ.ເກົາຫຼີ ສືບ​ຕໍ່​ພັດ​ທະ​ນາ​ປະ​ສິດ​ທິ​ຜົນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ນຳ​ວົງ​ເງິນ​ກາ​ນ​ຄ້າ​ສອງ​ຝ່າຍ ບັນ​ລຸ 70 ຕື້USD ​ໃນ 5 ປີຂ້າງ​ໜ້າ.
(ແຫຼ່ງຄັດຈາກ VOV)
                                                                                            

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top